黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ອາ​ເມຣິກາ​ຮ່ວມ​ມື​ກັນ​​ເພື່ອປະຕິບັດ​ໜ້າ​ທີ່​ໃນ​ໂຄງກາ​ນ “ສາງ​ເອີ 4”

2019-01-11 15:49:55 CRI

​ແຫຼ່ງຂ່າວ​ຈາກອົງການ​ການບິນ​ແຫ່ງ​ຊາດ​ຈີນ (CNSA) ​ໃຫ້​ຮູ້​ໃນ​ວັນ​ທີ 10 ມັງກອນ​ນີ້​ວ່າ ກ່ອນທີ່​ຈີນ​ຈະ​ສົ່ງ​ຍານ “ສາງ​ເອີ 4” ຂຶ້ນສູ່​ອະວະກາດ, ຄະນະ​ນັກວິຊາການ​ດາວ​ທຽມ LRO ກໍ​ຄື​ຍານ​ສຳຫຼວດດວງ​ຈັນ​ທີ່​ພວມ​ບິນ​ຢູ່​ວົງໂຄຈອນດວງ​ຈັນ ຂອງອົງການ​ການບິນ​ແລະ​ອະວະກາດ​ແຫ່ງ​ຊາດ​ອາ​ເມຣິກາ (NASA) ​ໄດ້​ຕິດ​ຕໍ່ພົວພັນ​ກັບ​ນັກວິທະຍາສາດ​ໃນ​ຄະນະ​ປະຕິບັດ​ໜ້າ​ທີ່​​ໃນໂຄງການ “ສາງ​ເອີ 4” ຢ່າງ​ແໜ້ນ​ແຟ້ນ ​ເພື່ອປຶກສາ​ຫາລື​ກັນກ່ຽວ​ກັບ​ການ​ນຳ​ໃຊ້​ດາວ​ທຽມ LRO ​ໃນ​ການ​ສັງ​ເກດຍານ “ສາງ​ເອີ 4” ​ໃນ​ຂະນະ​ທີ່​ລົງ​ຈອດ​ພື້ນ​ຜິວ​ດວງ​ຈັນ​ ​ແລະ ດຳ​ເນີນ​ການຄົ້ນຄວ້າ​ວິ​ທະຍາ​ສາດ. ສະນັ້ນ, ຝ່າຍ​ອາ​ເມຣິກາ​ຈຶ່ງ​ໄດ້​ສະໜອງ​ຂໍ້​ມູນຕົວ​ເລກ​ວົງ​ໂຄຈອນ​ຂອງ​ດາວ​ທຽມ LRO ​ໃຫ້ຝ່າຍ​ຈີນ ​ແລະ ຝ່າຍ​ຈີນ​ກໍ​ໄດ້​ສະໜອງ​ເວລາ ​ແລະ ຈຸດ​ທີ່​ຕັ້ງການ​ລົງ​ຈອນ​ພື້ນ​ຜິວ​ດວງ​ຈັນ​ຂອງ “ສາງ​ເອີ 4” ​ໃຫ້​ແກ່​ຝ່າຍ​ອາ​ເມຣິກາ​ເຊັ່ນ​ດຽວ​ກັນ ​ເຊິ່ງສອງ​ຝ່າຍ​ລ້ວນ​ແຕ່​ປາຖະໜາຢາກຄົ້ນພົບ ​ແລະ ​ຢາກໄດ້​ຮັບໝາກຜົນທາງ​ວິທະຍາສາດຫຼາຍຍິ່ງ​ຂຶ້ນ.

​ໃນ​ການ​ປະຕິບັດ​ໜ້າ​ທີ່​ຕ່າງໆ​ໃນ​ໂຄງການ “ສາງ​ເອີ 4” ຄັ້ງນີ້, ຈີນ​ຍັງ​ໄດ້​ຮ່ວມ​ມື​ກັບ​ເຢຍລະ​ມັນ, ຊູ​ແອດ, ​ໂຮ​ນລັງ, ຣັດ​ເຊຍ, ອາກ​ຊັງ​ຕິນ, ຊາ​ອູ​ດິອາຣັບບີ ​ແລະ ອົງການ​ການບິນ​ອະວະກາດ​ເອີຣົບ ອີກ​ດ້ວຍ.

ອົງການ​ການບິນ​ອະວະກາດ​ແຫ່ງ​ຊາດ​ຈີນ ກ່າວ​ວ່າ: ຍິນ​ດີ​ຮ່ວມ​ມື​ກັບ​ອົງການ​ການບິນ​ອະວະກາດ​, ອົງການ​ຄົ້ນຄວ້າ​ວິທະຍາສາດ​ອະວະກາດ ​ແລະ ຜູ້​ສົນ​ໃຈ​ໃນ​ການຄົ້ນຄວ້າ​ອະວະກາດ ຂອງ​ບັນດາ​ປະ​ເທດ ​ເພື່ອ​ຮ່ວມ​ກັນ​ຄົ້ນຄວ້າ​ຄວາມ​ເລິກ​ລັບຕ່າງໆ​ຂອງ​ອະວະກາດ.

ຄຳ​ເຫັນ

0