尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ລິ​ມານ​ການ​ມອບ​ສິດ​ທິ​ບັດດ້ານ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ໃນ​ປີ 2018 ມີ​ເຖິງ 432.000 ສະ​ບັບ

2019-01-11 16:38:50 cri

ໜັງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ຂອງ​ຈີນ​ໃຫ້​ຮູ້​ວ່​າ: ອົງ​ການ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 10 ມັງ​ກອນ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2018, ປະ​ລິ​ມານ​ການ​ຮ້ອງ​ຂໍ​ສິດ​ທິ​ບັດ​ດ້ານການ​ປະ​ດິດ​ສ້າງ​ຂອງ​ຈີນ​ໄດ້​​ມີ​ເຖິງ 1.542.000 ສະ​ບັບ, ແລະໄດ້​ມອບ​ສິດ​ທິ​ບັດ​​ດ້ານການ​ປະ​ດິດ​ສ້າງໃຫ້​ທັງ​ໝົດ 432.000 ສະ​ບັບ. ປີ 2018,​ ການ​ຈັດ 3 ອັນ​ດັບ​ແຖວໜ້າ​ຂອງປະ​ລິ​ມານ​ການໄດ້​ຮັບສິດ​ທິ​ບັດ​​ດ້ານການ​ປະ​ດິດ​ສ້າງຂອງວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ(ບໍ່​ລວມ​ທັງ​ເຂດ​ພິ​ເສດ​ຮົງ​ກົງ,ມາ​ກາວ​ແລະ​ໄຕ້​ຫວັນ)ຂອງ​ຈີນ​ແມ່ນ: ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ​ຮ​ວາ​ເຫວີຍ​ຈີນ​ຈຳ​ກັດ(3.369ສະ​ບັບ),ບໍ​ລິ​ສັດນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອຸດ​ສາ​ຫະ​ກຳເຄ​ມີ​​ຈີ​ນ​ຫຸ້ນ​ສ່ວນຈຳ​ກັດ(2.849ສະ​ບັບ)ແລະ​ບໍ​ລິ​ສັດ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂອ​ໂປກວາງ​ຕຸ່ງ​ຈີນ​ຈຳ​ກັດ(2.345ສະ​ບັບ).
 

ປີ 2018, ປະ​ລິ​ມານ​ການມອບ​ສິດ​ທິ​ບັດ​​ດ້ານ​ການ​ປະ​ດິດ​ສ້າງ​ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ​ເປັນ​ກ້າວໆ,ໄດ້​ເພີ່ມ​ຂຶ້ນ 5,8% ແລະ ​ປະ​ລິ​ມານການ​ໄດ້​ຮັບສິດ​ທິ​ບັດ​ດ້ານ​ການ​ປະ​ດິດ​ສ້າງ​ໄດ້​ເພີ່ມ​ຂຶ້ນ 17,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2017.

ຄຳ​ເຫັນ

0