黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກິດຈະກຳ​ສາຍຮູບ​ເງົາຈີນກາງ​ແຈ້ງສັນຈອນ​ຢູ່ໄທ​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ​

2019-01-11 16:25:27 cri

ຕາມ​ຂ່າວ CRI: ກິດຈະກຳ “​ສາຍ​ຮູບ​ເງົາ​ຈີນ​ກາງ​ແຈ້ງ” ສັນຈອນ​ພາຍ​ໃຕ້​ຫົວ​ຂໍ້ “ເສັ້ນ​ທາງ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ຢູ່​ໄທ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມໃນ​ວັນ​ທີ 10 ມັງ​ກອນ​ນີ້.

ຄູ​ອາ​ຈານ​ແລະ​ນັກ​ຮຽນ​ຂອງ​ໂຮງ​ຮຽນ​ຈິດ​ຕ​ຣາ​ລັດ​ດາຮ່ວມ​ກັນ​ຊົມ​ຮູບ​ເງົາ​ຕະ​ຫຼົກ​ຈີນ​ສະ​ບັບ​ພາ​ສາ​ໄທ “ບໍ່​ມີ​ຄຳ​ວ່າ​ຍອມ”, ໃນ​ບ່ອນ​ສາຍ​ຮູບ​ເງົາ​ເຕັມ​ໄປ​ດ້ວຍ​ສຽງ​ຫົວ, ເຮັດ​ໃຫ້​ກິດ​ຈະ​ກຳ​ດັ່ງ​ກ່າວ​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ.

ບຸກ​ຄົນໄທ​ທີ່​ເຂົ້າ​ຮ່ວມ​ພິ​ທີປິດ​ກິດ​ຈະ​ກຳ​ສາຍ​ຮູບ​ເງົາກ່າວ​ວ່າ, ໂດຍ​ຜ່ານ​ສິນ​ລະ​ປະ​ຮູບ​ເງົາ​​ທີ່​ສະ​ແດງ​ໃຫ້​ເຫັນ​ສະ​ເໜ່​ຂອງ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ, ບໍ່​ພຽງ​ແຕ່​ສາ​ມາດ​ຊຸກ​ຍູ້​ການ​ຮຽນ​ພາ​ສາ​ຈີນ, ທັງ​ໄດ້​ສະ​ໜອງ​ຊ່ອງ​ທາງ​ໃໝ່​​ເພື່ອ​ຊອກ​ຮູ້​ປະ​ເທດ​ຈີນ​​ແກ່​ປະ​ຊາ​ຊົນ​ໄທ​ກໍ​ຄື​ນັກ​ຮຽນ​ໄທ.

ຄຳ​ເຫັນ

0