徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຳຫຼວດຈີນ-ລາວຮ່ວມກັນມ້າງຄະດີຫຼອກລວງທາງໂທລະຄົມ

2019-01-12 11:17:20 cri


 

图片默认标题_fororder_webwxgetmsgimg


ວັນທີ 11 ມັງກອນນີ້ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ຕຳຫຼວດຈີນ-ລາວ ໄດ້ຈັດພິທີລົງນາມມອບ-ຮັບຜູ້ຕ້ອງຫາຄົນຈີນໃນຄະດີຫຼອກລວງທາງໂທລະຄົມ ໂດຍເຈົ້າໜ້າທີ່ຕຳຫຼວດລາວ ໄດ້ມອບຜູ້ຕ້ອງຫາຄົນຈີນຈຳນວນ 191 ຄົນໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດຈີນ ແລະຄຸມສົ່ງຄືນປະເທດຈີນເພື່ອດຳເນີນຄະດີຕາມກົດໝາຍ.

图片默认标题_fororder_webwxgetmsgimg (1)


ຕົ້ນເດືອນທັນວາ ປີ 2018 ທີ່ຜ່ານມາ, ພາຍຫຼັງໄດ້ຮັບແຈ້ງຄວາມຈາກປະຊາຊົນ ເຈົ້າໜ້າທີ່ຕຳຫຼວດຈີນກໍ່ໄດ້ດຳເນີນການສືບສວນ-ສອບສວນ ແລະຮູ້ວ່າມີຄົນຈີນກຸ່ມໜຶ່ງໄດ້ດຳເນີນການຫຼອກລວງທາງໂທລະຄົມຢູ່ລາວ ໂດຍໄດ້ສ້າງຜົນກະທົບທີ່ບໍ່ດີຕໍ່ສັງຄົມລາວ. ຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດຈີນກໍ່ໄດ້ປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດລາວ ໂດຍສອງຝ່າຍໄດ້ຮ່ວມກັນ​ທຳລາຍຈຸດຫຼອກລວງທາງໂທລະຄົມ 9 ຈຸດຢູ່ນະຄອນຫຼວງວຽງຈັນ ແລະສາມາດຈັບຜູ້ຕ້ອງຫາຄົນຈີນໄດ້ຈຳນວນ 191 ຄົນໃນທ້າຍເດືອນທັນວາຜ່ານມາ.

图片默认标题_fororder_webwxgetmsgimg (2)


ໃນຫຼາຍປີມານີ້, ສອງປະເທດຈີນ-ລາວ ໄດ້ມີຜົນງານທີ່ໂດດເດັ່ນໃນການປະຕິບັດກົດໝາຍ ແລະຄວາມໝັ້ນຄົງຢ່າງຫຼວງຫຼາຍ. ອັນເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການປົກປັກຮັກສາຄວາມສະຫງົບກໍຄືການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ. ປີ 2018 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດສອງປະເທດໄດ້ຮ່ວມກັນມ້າງຄະດີປະເພດຕ່າງໆໄດ້ 30 ກວ່າຄະດີ ໂດຍຝ່າຍລາວໄດ້ຈັບ ແລະມອບຜູ້ຕ້ອງຫາຄົນຈີນໃນຄະດີເສດຖະກິດ, ອາດຍາ ແລະພະນັນທາງອິນເຕີເນັດ 50 ຄົນໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດຈີນເພື່ອໄປດຳເນີນຄະດີຕາມກົດໝາຍ.

  

 

 

ຄຳ​ເຫັນ

0