赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກ​ອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ລະ​ດັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ 2019 ຢູ່​ທີ່​ປະ​ເທດ​ໄທ

2019-01-19 12:00:27 CRI

图片默认标题_fororder___172.100.100.3_temp_9500033_1_9500033_1_1_2a290d74-c307-47d3-97e4-5054cff81af0

ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ລະ​ດັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ປີ 2019 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອ​ນ​ຊຽງ​ໄໝ່​ຂອງ​ປະ​ເທດ​ໄທ​ແຕ່​ວັນ​ທີ 17-18 ມັງ​ກອນນີ້ ໂດຍ​ປະ​ເທດ​ໄທ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງກອ​ງ​ປະ​ຊຸມ​ຕ່າງໆ​ຂອງ​ອາ​ຊຽນ​ໃນ​ປີນີ້ ເຊິ່ງ​ມີຫົວ​ຂໍ້​ຫຼັກ​ຄື: ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ໃນ​ກອງ​ປະ​ຊຸມ​ຂ່າວ​ຫຼັງ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່າ​ນດອນ ປະ​ຣະ​ມັດ​ວິ​ໄນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ກ່າວ​ວ່າ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ຕ່າງໆ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ເຊື່ອມ​ຈອດ​ກັນ​ໃນ​ພາກ​ພື້ນ, ແລະ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ເປົ້າ​ໝາ​ຍຸດ​ທະ​ສາດ​ຕ່າງໆເຊັ່ນ: ແຜນ​ສ້າງ​ອາ​ຊຽນ​ເຊື່ອມ​ຈອດ​ກັນ 2025 ແລະ​ອື່ນໆ, ທັງ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຄູ່​ສົນ​ທະ​ນາ, ຄູ່​ພາຍນອກ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ກ່ຽວ​ຂ້ອງ.

ທ່ານດອນ​ຍັງ​ກ່າວ​ວ່າ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຍັງ​ຢ້ຳ​ອີກວ່າ​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົກ​ປັກ​ຮັກ​ສາ​ໃຫ້​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ​ທະ​ເລ​ແຫ່ງ​ສັ​ນ​ຕິ​ພາບ, ທະ​ເລ​ແຫ່ງ​ຄວາມ​ໝັ້ນ​ຄົງ ແລະ​ທະ​ເລ​ແຫ່ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ແລະ​ສຸມ​ໃສ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້​ຢ່າງ​ຮອບ​ດ້ານ ຄົບ​ຖ້ວນ​ແລະ​ບັງ​ເກ​ດີ​ຜົນ, ແລະ​ຈະ​ສຳ​ເລັດ​ການ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ຫຼັກ​ມາດ​ຖານ​ການ​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຈີນ​ໃຕ້​ສະ​ບັບ​ຮ່າງ​ພາຍ​ໃນ​ປີ​ນີ້.ນອກນີ້ ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍັງ​ເນັ້ນ​ວ່າ​ຈະ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ​ຈາກ​ດ້ານ​ການ​ເມືອງ, ຈະ​ສຸມ​ໃສ່​ການ​ບັນ​ລຸ​ສັນ​ຍາ​ທີ່​ທັນ​ສະ​ໄໝ, ຮອບ​ດ້ານ, ມີ​ຄຸນ​ນະ​ພາບ​ດີ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ພາຍ​ໃນ​ເວ​ລາ​ປີນີ້, ພ້ອມ​ຍັງ​ໄດ້​ກ່າວ​ເນັ້ນ​ວ່າ​ຕ້ອງ​ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ທົ່ວ​ໂລກ​ທີ່​ເປີດກວ້າງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ກວມ​ລວມ​ໂດຍ​ຜ່ານ​ຈາກ​ສັນ​ຍາ​ດັ່ງ​ກ່າວ.
 

ຄຳ​ເຫັນ

0