何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ

2019-01-20 15:31:18 CRI

图片默认标题_fororder_898677784

ວັນທີ 20 ມັງກອນນີ້, ທີ່ວິທະຍາຄານກົມມະດໍາ ແຂວງວຽງຈັນ ກະຊວງປ້ອງກັນປະເທດ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່ ໂດຍການເປັນປະທານຂອງທ່ານ  ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນໍາພັກ-ລັດ, ອາດີດການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ມີທັງນາຍ ແລະ ພົນທະຫານ ແລະ ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ທັງແຂກພາຍໃນ ແລະ ຕ່າງປະເທດ ລວມທັງມວນຊົນຈໍານວນຫຼວງຫຼາຍເຂົ້າຮ່ວມ.

图片默认标题_fororder_2027488469

ທ່ານ ບຸນຍັງ ວໍລິຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຄໍານັບຊົມເຊີຍການນໍາຂັ້ນສູງພັກ-ລັດ, ​ບັນດາພະນັກງານຮຸ່ນກໍ່ຕັ້ງກອງທັບ, ​ພະນັກງານປະຕິວັດອາວຸໂສບໍານານ, ​ບັນດາຕົວແທນຂອງເຫຼົ່າຮົບ, ກົມກອງທົ່ວກໍາລັງປະກອບອາວຸດ, ຕົວແທນຊາວໝຸ່ມ, ນັກຮຽນ, ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າທີ່ຮ່ວມພິທີໂຮມຊຸມນຸມໃນຄັ້ງນີ້. ທ່ານກ່າວວ່າ: ໃນໂອ​ກາດຄົບຮອບວັນປະຫັວດສາດສໍາຄັນນີ້, ພວກເຮົາສຸດທີ່ອາໄລຮັກ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ທີ່ໄດ້ກໍ່ຕັ້ງສຶກສາອົບຮົມ, ບໍາລຸງ-ກໍ່ສ້າງ ແລະ ຊີ້ນໍາ-ນໍາພາກອງທັບ ໄດ້ເຕີບໃຫຍ່ເຂັ້ມແຂງ. ປະເທດຊາດພວມສືບຕໍ່ກ້າວເດີນຢ່າງໜັກແໜ້ນສູ່ຈຸດໝາຍທີ່ກໍານົດໄວ້ດ້ວຍການປະຕິບັດແນວທາງການປ່ຽນແປງໃໝ່ຮອບດ້ານມີຫຼັກການພັກ ແລະ ລັດຖະບານເດັດຂາດສືບຕໍ່ຢຶດໝັ້ນໃນແນວທາງການຕ່າງປະເທດສັນຕິພາບ, ເອກະລາດ​, ມິດຕະພາບ  ແລະ ການຮ່ວມມື. ສືບຕໍ່ຮັກສາ ແລະ ເສີມຂະຫຍາຍການພົວພັນກັບປະເທດຕ່າງໆໃນໂລກ, ບັນດາປະເທດໃກ້ຄຽງບົນຫຼັກການເຄົາລົບເອກະລາດ​, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ. ພວກເຮົາຈະສືບຕໍ່ປະກອບສ່ວນຮ່ວມກັບປະຊາຄົມໂລກ ເພື່ອສ້າງສັນຕິພາບ ແລະ ການພັດທະນາ ເພື່ອສ້າງເງື່ອນໄຂອໍານວຍໃຫ້ແກ່ການພັດທະນາປະເທດຊາດນັ້ນ ຕ້ອງອອກແຮງ ແລະ ສຸມທຸກຄວາມສາມາດເຂົ້າໃນການຮັບປະກັນຄວາມໝັ້ນຄົງຂອງຊາດ, ສະຖຽນລະພາບ ແລະ ຄວາມສະຫງົບຂອງບ້ານເມືອງ, ເພື່ອບັນລຸໄດ້ຄືແນວນັ້ນກ່ອນອື່ນຕ້ອງເຊີດຊູສະຕິລະວັງຕົວສູງ, ສົມທົບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບກັບການພັດທະນາເສດຖະກິດ-ສັງຄົມ ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ໄວ້ໃຫ້ໝັ້ນຄົງ. ກອງທັບປະຊາຊົນລາວຕ້ອງອອກແຮງປັບປຸງ-ກໍ່ສ້າງກໍາລັງໃຫ້ໜັກແໜ້ນເຂັ້ມແຂງຕາມທິດກໍ່ສ້າງກອງທັບປະຕິວັດທີ່ມີລະບຽບແບບແຜນ ແລະ ທັນສະໄໝ. ຍົກສູງຄວາມສາມາດໃນການນໍາພາ, ບັນຊາການກຽມພ້ອມສູ້ຮົບ ຕັ້ງໜ້າເຝີກແອບສິລະປະຍຸດ-ຍຸດທະວິທີ,​ ຍຸດທະສາດ-ຍຸດທະບັ້ນຮົບໃຫ້ມີຄວາມຊໍານິຊໍານານ ເພີ່ມທະວີຄວາມສາມັກຄີລະຫວ່າງພະນັກງານກັບນັກຮົບໃຫ້ໜັກແໜ້ນ. ປັບປຸງການພົວພັນລະຫວ່າງກອງທັບປະຊາຊົນ “ ຄືປາກັບນໍ້າ ” ໃຫ້ແໜ້ນແຟ້ນ, ຮັບປະກັນການເບິ່ງແຍງລ້ຽງດູທັບເປັນຢ່າງດີ. ຕ້ອງຕັ້ງໜ້າປະຕິບັດ “ ເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ”  ສ້າງພະລາທິການກັບທີ່ເປັນເຈົ້າການຍົກລະດັບຊີວິດການເປັນຢູ່ຂອງກົມກອງຕົວໃຫ້ດີຂຶ້ນເປັນກ້າວໆ.

图片默认标题_fororder_1603793969

 ຫຼັງຈາກນັ້ນກໍເລີ່ມຕົ້ນການສະແດງສິນລະປະວັນນະຄະດີ, ມີການສະແດງກ້ອນກໍາລັງຫັດກາຍມວຍຂອງເຫຼົ່າຮົບຕີພິເສດ, ​ເຫຼົ່າຮົບສືບຂ່າວຍິງຊາຍ ແລະ ມີການເດີນສວນສະໜາມກໍາລັງພົນ ແລະ ຂະບວນພາຫານະອາວຸດ ທັງໝົດ 25 ຂະບວນ ພ້ອມກັນນີ້ກໍມີການສະແດງເທິງນ່ານຟ້າຂອງຝູງບິນປະກອບທຸງຊາດ,​ ທຸງພັກ ຂອງກອງທັບປະຊາຊົນລາວ ແລະ ການສະແດງໂດດຈ້ອງທາງອາກາດ.

ຄຳ​ເຫັນ

0