覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ໂລກ​ສ່ວນ​ໃຫຍ່​ເຫັນ​ດີ​ນຳ​ລະ​ບົບຫຼາຍ​ຝ່​າຍ​ແລະ​ຫວັງ​ໃຫ້​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ສາ​ກົນ

2019-01-21 16:12:34 cri

ວັນ​ທີ 20 ມັງ​ກອນ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ໄດ້​ເປີດ​ເປີຍ​ຜົນ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນສະ​ບັບຫຼ້າ​ສຸດ​​ໄດ້​ຊີ້ໃຫ້​ເຫັນ​ວ່າ:  ປະ​ຊ​າ​ຊົນ​ສ່ວນ​ໃຫຍ່​ໃນ​ໂລກ​ເຫັນ​ດີ​ນຳ​ລະ​ບົບ​ຫຼາຍ​ຝ່າຍ​ແລະ​ຫວັງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່​ວມ​ມື​ສາ​ກົນ ຂະ​ນະ​ດຽວ​ກັນ​ກໍ​ຄັດ​ຄ້​ານ​ການ​ກະ​ທຳ​ແບບ​ທຳ​ລາຍ​ຜົນ​ປະ​ໂຫຍດ​ປະ​ເທດ​ອື່ນ​ເພື່ອ​ຜົນ​ປະ​ໂຫຍດ​ປະ​ເທດ​ຕົນ.
 

ຜົນ​ການ​ສຳຫຼວດ​ດັ່ງ​ກ່າວ​ໄດ້​​ຍື່ນ​ແບບ​ສອບ​ຖາມ​ຈຳ​ນວນ 10.000 ກວ່າ​ຄົນ​ໃນ​ແຫ່ງ​ຕ່າງໆ​ຂອງ​ໂລກ​ໂດຍ​ຜູ້​​ຕອບ​ແບບ​ສອບ​ຖາມ 76% ເຫັນ​ວ່າ ການ​ຮ່ວມ​ມື​ຢ່າງ​ແຂງ​ແຮງ​ລະ​ຫວ່າງ​ຊາດ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຮ່ວມ​ແມ່ນ​ມີ​ຄວາມ​ສຳ​ຄັນ​ຫຼາຍຫຼື​ສຳ​ຄັນ​ທີ່​ສຸດ. ໃນ​ນີ້, ຢູ່​ອາ​ຊີ​ໃຕ້​ແລະ​ເຂດ​ອາ​ຟ​ຣິ​ກາ​ພາກ​ໃຕ້​ຊາ​ຮາ​ລາ​ມີ​ຜູ້​​ຕອບ​ແບບ​ສອບ​ຖາມ​ຕາມ​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ອັດ​ຕາ​ສູງ​ສຸດ​ຄື​ບັນ​ລຸ​ເຖິງ 88%, ສ່ວນ ຜູ້​​ຕອບ​ແບບ​ສອບ​ຖາມ​ຕາມທັດ​ສະ​ນະ​ດັ່ງ​ກ່າວ​ຢູ່​ເອີ​ຣົບ​ຕາ​ເວັນ​ຕົກກວມ 61% ​​ແລະເຂດ​ອາ​ເມ​ຣິ​ກາ​ເໜືອກວມ 70%.
 

ຜົນ​ການ​ສຳຫຼວດ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ຊາ​ຊົນ​ສ່ວນ​ໃຫຍ່​ໃນ​ໂລກ​ມີ​​ທ່າ​ທີ​ຢ່າງ​ຈະ​ແຈ້ງ​ຕໍ່​ກັບບັນ​ຫາ​ຊາວ​ອົບ​ພະ​ຍົບ. ຜູ້​​ຕອບ​ແບບ​ສອບ​ຖາມ 57% ເຫັນ​ວ່າ ຊາວ​ອົບ​ພະ​ຍົບ​ເປັນ​ປະ​ໂຫຍດ​ຕໍ່​ປະ​ເທດ​ທີ່​ເຂົາ​ເຈົ້າ​ຍົກ​ຍ້າຍ​ໄປ​ນັ້ນ​ໂດຍ​ລວມ. ແຕ່​ວ່າ ຜົນ​ການ​ສຳຫຼວດ​ກ່ຽວ​ກັບ​ບັນ​ຫາ​ນີ້​​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ບໍ່​ກ້ຳ​ເກິ່ງ​ກັນ​ລະ​ຫວ່າງ​ເຂດ​ແຄວ້ນ ຄື ຢູ່​ເຂດ​ອາ​ເມ​ຣິ​ກາ​ເໜືອ​ມີ​ຜູ້​​ຕອບ​ແບບ​ສອບ​ຖາມ 66% ຍອມ​ຮັບ​ຊາວ​ອົບ​ພະ​ຍົມ ແຕ່​ວ່າ​ຢູ່​ເອີ​ຣົບ​ຕາ​ເວັນ​ຕົກ ​ມີ​ພຽງ 46% ເທົ່າ​ນັ້ນ.

ຄຳ​ເຫັນ

0