黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄລ​ຍະ​ຂົນ​ສົ່ງຜູ້​ໂດຍສານຍາມ​ບຸນ​ກຸດ​ຈີນ 2019 ເລີ່ມ​ເປີດ​ສາກ​ຂຶ້ນ​ແລ້ວ​ໃນ​ວັນ​ທີ 21 ມັງ​ກອນ​ນີ້

2019-01-21 16:27:16 cri

ໄລ​ຍະ​ຂົ​ນ​ສົ່ງ​ຜູ້​ໂດຍ​ສານ​ຍາມ​ບຸນ​ກຸດ​ຈີນປະ​ຈຳ​ປີ 2019 ​ໄດ້ເລີ່ມ​ເປີດ​ສາກ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 21 ມັງ​ກອນ​ນີ້. ແລະ​ຈະ​ດຳ​ເນີນ​ເປັນ​ໄປ​ເວ​ລາ 40 ວັນ, ​ຄາດ​ວ່າຈະ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ປະ​ມານ 3 ຕື້​ເທື່ອ​ຄົນ. ທາງ​ລົດ​ໄຟ, ບໍ​ລິ​ສັດ​ການ​ບິນ, ທາງ​ຫຼວງ​ແລະ​ການ​ຂົນ​ສົ່ງ​ທາງ​ນ້ຳ​ຂອງ​ຈີນ​ຈະ​ອອກ​ແຮງ​ຢ່າງ​ເຕັມ​ກຳ​ລັງ, ເພື່ອ​ບໍ​ລິ​ການ​ຜູ້​ໂດຍ​ສານ​ໃຫ້​ດີ, ​ແລະ​ສ້າງ​ຄວາມ​ອົບ​ອຸ່ນ​ໃຫ້​ເຂົາ​ເຈົ້າ​ລະ​ຫວ່າງ​ທາງ​ກັນ​ບ້ານ.

ບໍ​ລິ​ສັດ​ໃຫຍ່​ທາງ​ລົດ​ໄຟ​ຈີນ​ເປີດ​ເຜີຍ​ວ່າ, ໃນ​ໄລ​ຍະ​ຂົນ​ສົ່ງຜູ້​ໂດຍສານຍາມ​ບຸນ​ກຸດ​ຈີນ​ປີ​ນີ້, ທາງ​ລົດ​ໄຟ​ທົ່ວ​ປະ​ເທດ​ຈີນ​ຄາດ​ວ່າ​ຈະ​​ຂົນສົ່ງ​ຜູ້​ໂດຍ​ສານ 413,3 ລ້ານ​ເທື່ອ​ຄົນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2018 ເພີ່ມ​ຂຶ້ນ 3,176 ລ້ານ​ເທື່ອ​ຄົນ, ​ຫຼື 8,3%, ແລະ​ຈະ​​ຂົນສົ່ງ​ຜູ້​ໂດຍ​ສານ 10,33 ລ້ານ​ເທື່ອ​ຄົນ​ຕໍ່​ມື້. ພາກ​ສ່ວນ​ທາງ​ລົດ​ໄຟ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ 10 ກວ່າ​ຂໍ້​​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່ຜູ້​ໂດຍ​ສານ​ແລະ​ສຸມ​ທຸກ​ຄວາມພະ​ຍາ​ຍາມ​ບັນ​ລຸ​ແຜນ​ການ “ໄລ​ຍະ​ຂົ​ນ​ສົ່ງ​ຜູ້​ໂດຍ​ສານ​ຍາມ​ບຸນ​ກຸດ​ຈີນ​ທີ່​ປອດ​ໄພ, ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ອົບ​ອຸ່ນ​ແລະ​ຜູ້​ໂດຍ​ສານ​ມີ​ຄວາມ​ປະ​ທັບ​ໃຈ​ເປັນ​ຢ່າງ​ດີ.”

ຄຳ​ເຫັນ

0