黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ​ຈັດ​ງານ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ​ຄົບ​ຮອບ 70 ປີ

2019-01-21 15:34:07 cri

图片默认标题_fororder___172.100.100.3_temp_9500020_1_9500020_1_1_578eb8d8-3474-460f-a371-c7ae9c62e7f9

ຕາມ​ຂ່າວ CRI: ງານ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ​ຄົບ​ຮອບ 70 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ວິ​ທະ​ຍາ​ຄານ​ກົມ​ມະ​ດຳ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ປປ ລາວ​ໃນ​ວັນ​ທີ 20 ມັງ​ກອນ​ນີ້, ​ທ່ານ​ບຸນ​ຍັງ ​ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທ​ດ​ລາວ​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ. ທ່ານ​ພົນ​ເອກ​ຈັນ​ສະ​ໝອນ ຈັນ​ຍາ​ລາດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ໄດ້​ກວດ​ແຖວ​ກ້ອນ​ກຳ​ລັງ​ສວນ​ສະ​ໜາມ​ແລະ​ຂະ​ບວນ​ພາ​ຫະ​ນະ​ອາ​ວຸດ​ທຸກ​ຊະ​ນິດຂອງກອງ​ທັບ​ປະ​ຊາ​ຊົນ​ລາວ​​ເຊິ່ງ​ມີ​ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງໆ​ຂອງ​ສັງ​ຄົມ​ປະ​ມານ​ສິບ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ງານ​ສະ​ເຫຼີມ​ສະ​ຫຼອງ​ດັ່ງ​ກ່າວ. ຄະ​ນະ​ຜູ້​ແທນກອ​ງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນແລະ​ຄະ​ນະ​ຜູ້​ແທນກອງ​ທັບນ​ຣັດ​ເຊຍ, ຫວຽດ​ນາມ, ກຳ​ປູ​ເຈຍ, ມຽນ​ມາ, ໄທ​ແລະ​ປະ​ເທດ​ອື່ນໆ​ໄດ້​ເຂົ້າ​ເບິ່ງ​ພິ​ທີແຫ່​ຂະ​ບວນ​ສວນ​ສະ​ໜາມ​.

ຕອນ​ຄ່ຳ​ມື້​ດັ່ງ​ກ່າວ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ໄດ້​ຍິງ​​ບັ້ງ​ໄຟ​ດອກ​ຢູ່​ເດີນ​ທາດ​ຫຼວງ​ນະ​ຄອນ​ຫຼວງວຽງ​ຈັນ.

ຄຳ​ເຫັນ

0