吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິທະຍາຄານ​ຕຳຫຼວດ​ຢຸນນານ​​ຝຶກ​ອົບຮົມການ​ຕ້ານ​ຢາ​ເສບ​ຕິດ​ໃຫ້​ເຈົ້າ​ໜ້າ​ທີ່​ຟິລິບ​ປິນ

2019-01-22 17:11:07 cri

​​ແຫຼ່ງ​ຂ່າວ​​ຈາກ​ວິທະຍາຄານ​ຕຳຫຼວດ​ຢຸນນານໃຫ້​ຮູ້​ໃນວັນ​ທີ 21 ມັງກອນ​ນີ້​ວ່າ: ​ໂດຍ​ຕອບ​ສະໜອງ​ຕາມຄຳ​ສະ​ເໜີ​ຂອງ​ອົງການປາບ​ປາມ​ຢາ​ເສບ​ຕິດ​ຟິລິບ​ປິນ, ຄະນະ​ຜູ້​ແທນ​ວິທະຍາຄານ​ຕຳຫຼວດ​ຢຸນນານຈີນ​ໄດ້​ດຳ​ເນີນ​ການ​ຝຶກ​ອົບຮົມ​ຄວາມ​ສາມາດ​ຕ້ານ​ຢາ​ເສບ​ຕິດ​​ໃຫ້​ເຈົ້າ​ໜ້າ​ທີ່​ຟິລິບ​ປິນ​ນະຄອນຫຼວງ​ມາ​ນິລາ​​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້.

ສາ​ສະ​ດາ​ຈານ 4 ຄົນ​ຂອງ​ວິທະຍາ​ຄານ​ຕຳຫຼວດ​ຢຸນນານ​ໄດ້​​ໃຫ້​ຄວາມ​ຮູ້​ໃນ 8 ຫົວ​ຂໍ້ ຄື: ການ​ສ້າງກົດໝາຍ​ຕ້ານ​ຢາ​ເສບ​ຕິດ, ການປ້ອງ​ກັນ​ຢາ​ເສບ​ຕິດ, ການສືບສວນຄະດີ​ຢາ​ເສບ​ຕິດ, ການ​ຄຸ້ມ​ຄອງສານ​ເຄມີ​ທີ່​ໃຊ້​ໃນ​ການ​ຜະລິດ​ຢາ​ເສບ​ຕິດ, ​​ການໃຊ້​ຢາ​ເສບ​ຕິດ​​ແບບ​ໃໝ່​ເກີນ​ຂະໜາດ ​ແລະ​ອື່ນໆ ​​ແລະ​ມີ​ເຈົ້າ​ໜ້າ​ທີ່​ອົງການປາບ​ປາມ​ຢາ​ເສບ​ຕິດຟິລິບ​ປິນ 19 ຄົນ​​ເຂົ້າຮ່ວມ.

ທ່ານຫຼິວກົ່ງ​ຫົວ ຫົວໜ້າ​ວິທະຍາຄານ​ຕຳຫຼວດ​ຢຸນນານກ່າວວ່າ: ວິທະຍາຄານ​ຕຳຫຼວດຢຸນນານ​​​ໄດ້​ກຳນົດ​ຫຼັກສູດ​ການຕ້ານ​ຢາ​ເສບ​ຕິດ​ກ່ອນໝູ່​ໃນ​ຈີນ, ​ໂດຍ​ຜ່ານ​ການ​ພັດທະນາ​ມາເປັນ​ເວ​ລາ 20 ປີ, ​ໄດ້​ຝຶກອົບຮົມ​ບຸກຄະລາ​ກອນ​ຕ້ານ​ຢາ​ເສບ​ຕິດ​ຢ່າງ​ຫຼວງ​ຫຼາຍ ​ແລະ​ໄດ້​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ຕ້ານ​ຢາ​ເສບ​ຕິດ​ພາຍ​ໃນ ​ແລະ​ຕ່າງປະ​ເທດ.

ນັບ​ແຕ່​ປີ 2015 ​ເປັນ​ຕົ້ນ​ມາ, ລວມມີ​ເຈົ້າ​ໜ້າ​ທີ່​ຫຼາຍ​ກວ່າ 100 ຄົນ​ທີ່​ມາ​ຈາກສຳນັກງານ​ຕຳຫຼວດ​ແຫ່ງ​ຊາດ​ ​ແລະ​ອົງການ​ປະຕິບັດ​ກົດໝາຍ​ທີ່​ກ່ຽວຂ້ອງຂອງ​ຟິລິບ​ປິນ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​​ໃນໄລຍະ​ສັ້ນ​ຢູ່​ວິທະຍາຄານ​ຕຳຫຼວດ​ຢຸນນານ.

ຄຳ​ເຫັນ

0