覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ຈັບ​ກຸ່ມ​ລະ​ດົມ​ທຶນຂອງ​ກຸ່ມISຢູ່​ພາກ​ໃຕ້​ປະ​ເທດ​ຕົນ

2019-01-22 11:15:30 cri

ອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ພັນ​ຣັດ​ເຊຍ​ແຈ້ງ​ຂ່າວ​ໃນ​ວັນ​ທີ 21 ມັງ​ກອນ​ນີ້​ວ່າ: ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ສາ​ມາດ​ຈັບ​ ​ກຸ່ມ​ລະ​ດົມ​ທຶນ​ລັບ​​ຂອງ​ກຸ່ມIS ຢູ່​ພາ​ກ​ໃຕ້​ຣັດ​ເຊຍ.
 

 ສື່ມວນ​ຊົນ​ຣັດ​ເຊຍ​ໄດ້​ອ້າງ​ອີງຕາມ​ຂ່າວ​ຈາກ​ອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ພັນ​ຣັດ​ເຊຍ​ລາຍ​ງານ​ວ່າ: ເຈົ້າ​ໜ້າ​ທີ່​ອົງ​ການ​ດັ່ງ​ກ່າວ​ສາ​ມາດ​ຈັບ​ກຸມ​ກຸ່ມ​ລັບ​ກຸ່ມ​ໜຶ່ງ​ຢູ່​ເຂດ​ຊາຍ​ແດນ ຄ​ຣາ​ສ​ໂນ​ດາ, ສາ​ທາ​ລະ​ນະ​ລັດດາ​ເກ​ສ​ຖານ ແລະສາ​ທາ​ລະ​ນະ​ລັດ​ອາ​ດີ​ເກ ເຊິ່ງ​ກຸ່ມ​ດັ່ງ​ກ່າວ​ໃນ​ເຄືອ​ຂ່າຍ​ຂອງ​ກຸ່ມIS ໂດຍ​ປອມ​ຕົວ​ເປັນ​ອົງ​ການ​ກຸ​ສົນ​ເພື່ອ​ລະ​ດົມ​ທຶນ​ຫຼາຍກວ່າ 150.000 ໂດ​ລາ​ສະ​ຫະ​ລັດ​ໃຫ້​ກຸ່ມIS. ເທື່ອ​ນີ້​ກຸ່ມ​ດັ່ງ​ກ່າວ ມີ 3 ຄົນ​ຖືກ​ຈັບ​ຕົວ ແລະ​ໄດ້​ຮັບ​ຄຳ​ສາ​ລະ​ພາບ​ຕໍ່​ການ​ເຄື່ອນ​ໄຫວ​ຜິດ​ກົດ​ໝາຍ​ຂອງ​ຕົນ​ແລ້ວ.

ຄຳ​ເຫັນ

0