李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ແລະ​ກຸ່ມ​ຕາ​ລີ​ບັນ​ເຈ​ລ​ະ​ຈາ​ກັນ​ຢູ່​ໂດຮາ

2019-01-22 16:25:52 cri

    ສື່ມວນ​ຊົນ​ກາ​ຕາ​ລາຍ​ງານ​ວ່າ: ວັນ​ທີ 21 ມັງ​ກອນນີ້, ຜູ້​ຕາງ​ໜ້າ​​ຂອງລັດ​ຖະ​ບານ​ອາ​ເມ​ຣິ​ກາ​ແລະກຸ່ມ​ຕາ​ລີ​ບັນ​ອັ​ຟ​ກາ​ນີ​ສະ​ຖານ ໄດ້​ເລີ່ມ​ເຈ​ລະ​ຈາ​ກັນ​ຢູ່​ນະ​ຄອນຫຼວງ​ໂດ​ຮາ​ປະ​ເທດ​ກາ​ຕາ.

    ມື້​ດຽວ​ກັນ, ທ່ານ ຈາ​ບີ​ຮູ​ລາ ມູ​ຈາ​ຮິດ ໂຄ​ສົກ​ກຸ່ມ​ຕາ​ລີ​ບັນ​ອັ​ຟ​ກາ​ນີ​ສະ​ຖານ ໄດ້​ພິມ​ບົດ​ຄວາມ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ ໂດຍ​ຢືນ​ຢັນ​ວ່າ: ພາຍຫຼັງ​ອາ​ເມ​ຣິ​ກາ​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງຝ່າຍ​ຕາ​ລີ​ບັນ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ການ​ຍຶດ​ຄອງ​ອັ​ຟ​ກາ​ນີ​ສະ​ຖານ​ແລະ​ຢຸດ​ຕິ​ການ​ນຳ​ໃຊ້​ອັ​ຟ​ກາ​ນີ​ສະ​ຖານ​ເພື່ອ​​ຕໍ່​ຕ້ານ​ປະ​ເທດ​ອື່ນ​ແລ້ວ, ການ​ເຈ​ລະ​ຈາ​ລະ​ຫວ່າງ​ຜູ້​ຕາງ​ໜ້າຕາ​ລີ​ບັນ​ແລະ​ອາ​ເມ​ຣິ​ກາ ໄດ​ເລີ່ມ​ຈັດ​ຂຶ້ນ​ຢູ່​ໂດ​ຮາ​ໃນ​ວັນ​ທີ 21 ມັງ​ກອນນີ້.

    ທ່ານ ມູ​ຈາ​ຮິດ ກ່າວ​ຕື່ມ​ວ່າ: ການ​ເຈ​ລະ​ຈາ​ດັ່ງ​ກ່າວ​ຈະ​ສືບ​ຕໍ່​ໄປ​ຈົນ​ຮອດ​ວັນ​ທີ 22 ມັງ​ກອນນີ້, ແຕ່​ທ່ານ​ບໍ່​ໄດ້​ເປີດ​ເຜີຍ​​ຊື່​ແລະນາມ​ສະ​ກຸນ, ຕຳ​ແໜ່ງ ແລະ​ຂໍ້​ມູນ​ອື່ນໆ​ຂອງ​ເຈົ້າ​ໜ້າ​ທີ່​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຄັ້ງ​ນີ້.

ຄຳ​ເຫັນ

0