ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ມັງກອນນີ້ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍໂອກາດເດີນທາງຢ້ຽມຢາມຈີນ. ທ່ານສີຈິ້ນຜິງ ເນັ້ນໜັກວ່າ, ສອງຝ່າຍຄວນຖືເອົາການສ້າງປະຊາຄົມຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດເປັນເປົ້າໝາຍຮ່ວມກັນ, ກຳນົດຈຸດສຸມການຮ່ວມມືໃຫ້ຄັກແນ່ຕື່ມອີກ, ເພື່ອກຳນົດໃຫ້ເປັນຈຸດເລີ່ມຕົ້ນທີ່ດີໃຫ້ແກ່ການພົວພັນລະຫວ່າງຈີນແລະກຳປູເຈຍໃຫ້ໄດ້ຮັບຄວາມຄືບໜ້າຫຼາຍກວ່າເກົ່າໃນຮອບ 60 ປີຕໍ່ໄປ. ຈີນສະໜັບສະໜູນກຳປູເຈຍເດີນຕາມເສັ້ນທາງພັດທະນາທີ່ສອດຄ່ອງເງື່ອນໄຂພາຍໃນປະເທດຂອງຕົນ, ເຊື່ອວ່າພາຍໃຕ້ການນຳພາຂອງທ່ານຮຸນແຊນ, ກຳປູເຈຍຈະໄດ້ຮັບຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາປະເທດຊາດຢ່າງແນ່ນອນ. ນອກນີ້, ທ່ານສີຈິ້ນຜິງຍັງສະເໜີວ່າ, ສອງປະເທດຄວນເພີ່ມທະວີການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ, ຄວາມໝັ້ນຄົງແລະວັດທະນະທຳບົນພື້ນຖານໃນປັດຈຸບັນ.
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍພ້ອມດ້ວຍຄະນະເລີ່ມຢ້ຽມຢາມຈີນຢ່າງເປັນທາງການໃນວັນທີ 20 ມັງກອນນີ້. ທ່ານຮຸນແຊນເຄີຍຢ້ຽມຢາມຈີນຫຼາຍຄັ້ງແລ້ວ, ແລະຖືກທ່ານສີຈິ້ນຜິງ ຜູ້ນຳສູງສຸດຈີນຖືທ່ານເປັນເພື່ອນເກົ່າແລະເພື່ອນທີ່ດີຂອງປະຊາຊົນຈີນ. ການຢ້ຽມຢາມຈີນຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານຮຸນແຊນໃນປີນີ້. ກ່ອນອອກເດີນທາງຢ້ຽມຢາມຈີນ, ທ່ານຮຸນແຊນໄດ້ກ່າວໃນສື່ສັງຄົມອອນລາຍທາງການວ່າ, ການພົວພັນລະຫວ່າງກຳປູເຈຍແລະຈີນສະໜິດສະໜົມປານກາຍອິນຊີ, ຫວັງວ່າຜ່ານການພົບປະກັບຜູ້ນຳຈີນຄັ້ງນີ້ສາມາດລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດຕື່ມອີກ.
ຄຳເຫັນ
0