李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ວາງ​ແຜນຄະ​ດີ​ໂຕນ​ໜີ​ຂອງ​ຄະ​ນະນັກ​ທ່ອງ​ທ່ຽວ​ຫວຽດ​ນາມໃນໄຕ້​ຫວັນ​ຖືກ​ຈັບ​ຕົວ

2019-01-22 10:59:47 cri

    ວັນ​ທີ 21 ມັງ​ກອນນີ້, ພະ​ແນກວຽກ​ງານ​ຊາວ​ຍົກ​ຍ້າຍ​ຖິ່ນ​ຖານ​ຂອງ​ໄຕ້​ຫວັນ​ລາຍ​ງານ​ວ່າ: ຄະ​ດີ​ຄະ​ນະ​ທ່ອງ​ທ່ຽວ​ຫວຽດ​ນາມ​ໂຕນ​ໜີ​ຮວມ​ໝູ່​ທີ່​ເກີດ​ຂຶ້ນ​ໃນ​ເດືອນ​ທັນ​ວາ​ປີ​ຜ່ານ​ມາ ໄດ້​​ຮັບ​ການ​ແກ້​ໄຂ​ແລ້ວ​ໃນ​ມື້​ດຽວ​ກັນ, ຜູ້​ວາງ​ແຜນ 3 ຄົນ​​ຄື: ຜູ້​ຊາຍ​ນາມ​ສະ​ກຸນ​ຫງວຽນ ສັນ​ຊາດ​ຫວຽດ​ນາມ​ເປັນ​ຕົ້ນ​ຖືກ​ຈັບ​ຕົວ ແລະ​ຖືກ​ສົ່ງ​ໃຫ້​ອົງ​ການ​ໄອ​ຍະ​ການ​ທ້ອງ​ຖິ່ນ​ເມືອງ​ກ່າວ​ຊົງ​ຕາມ​ກົດ​ໝາຍ.

    ຂ່າ​ວ​ສານ​ສູນ​ກາງ​ລາຍ​ງານ​ວ່າ: ນັບ​ແຕ່​ວັນ​ທີ 21-23 ທັນ​ວາ​ປີ​ຜ່ານ​ມາ, ຄະ​ນະ​ທ່ອ​ງ​ທ່ຽວ​ຂະ​ໜາດ​ໃຫຍ່ຂອງ​ຫວຽດ​ນາມ 4 ຄະ​ນະ ມີທັງ​ໝົດ 153 ຄົນ ​ໄດ້​ເຂົ້າ​ແດນ​ໄຕ້​ຫວັນ​ຈາກ​ເມືອງ​ກ່າວ​ຊົງ​. ຫຼັງ​ຈາກນັ້ນ, 152 ຄົນ​ໄດ້​ໂຕນ​ໜີ​ແລະ​ຫາຍ​ສາບ​ສູນ​ໄປ, ໃນ​ນັ້ນ 3 ຄົນ​​ໜີອອກ​ແດນ​ໂດຍ​ຕົນ​ເອງ, 148 ຄົນ​ທີ່​ເຫຼືອນັ້ນ​ບໍ່​ສາ​ມາດ​ຕິດ​ຕໍ່​ພົວ​ພັນ​ໄດ້, ກາຍ​ເປັນ​ຄະ​ດີ​ໂຕນ​ໜີ​ຂອງ​ຄະ​ນະ​ທ່ອງ​ທ່ຽວ​ຫວຽດ​ນາມ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ໄຕ້​ຫວັນ.

    ຫຼັງ​ຈາກ​ເກີດ​ເຫດແລ້ວ, ຜູ້​ໂຕນ​ໜີ​ບາງ​ຄົນ​ໄດ້​ທະ​ຍອຍ​ກັນ​​ເຂົ້າມອບ​ຕົວ. ພະ​ແນກວຽກ​ງານ​ຊາວ​ຍົກ​ຍ້າຍ​ຖິ່ນ​ຖານ​ຂອງ​ໄຕ້​ຫວັນ​ກ່າວ​ວ່າ, ມາ​ຮອດ​ວັນ​ທີ 20 ມັງ​ກອນນີ້, ໄດ້​ມີ 87 ຄົນ​ຖືກ​ຈັບ​ຕົວ, ໃນ​ນັ້ນ 39 ຄົນ​ຖືກກວດ​​ຄົ້ນ​ເຫັນ, 48 ຄົນ​ເຂົ້າມອບ​ຕົວ​ໂດຍ​ຕົ​ນ​ເອງ, ​ມີ 61 ຄົນ​ຍັງໂຕນ​ໜີ​ຢູ່.

ຄຳ​ເຫັນ

0