徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ກຳ​ປູ​ເຈຍ​ເຕືອນ​ໃຫ້​ຄົນ​ຕ່າງ​ປະ​ເທດ​ລະ​ວັງ​ຕໍ່​ການ​ຫຼອກ​ຫຼວງ​ຂອງ​ເວັບ​ໄຊການ​ອອກວິ​ຊາ​ເອ​ເລັກ​ໂຕຼນິກ

2019-02-07 15:08:25 cri

ຕາ​ມ​ຂ່າວCRI:ເຈົ້າ​ໜ້າ​ທີ່​ພະ​ແນກວຽກ​ງານ​ກົດ​ໝາຍ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ສາ​ກົນ​ກຳ​ປູ​ເຈຍ​ກ່າວ​ວ່າ, ​ພະ​ແນກຕົນ​ໄດ້​ຄົ້ນ​ພົບ​​ຢ່າງ​ໜ້ອຍ 17 ​ເວັບ​ໄຊ​ທີ່ປອມຕົວ​ເປັນ​ເວັບ​ໄຊ​ທາງ​ການ​ເພື່ອ​ໃຫ້​ບໍ​ລິ​ການ​ ອອກ​ວິ​ຊາ​ເອ​ເລັກ​ໂຕຼນິກທາງ​ອິນ​ເຕີ​ເນັດ​​​ແກ່​ນັກ​ທ່ອງ​ທ່ຽວ​, ສະ​ນັ້ນ​ຈຶ່ງເຕືອນ​ໃຫ້​ຄົນ​ຕ່າງ​ປະ​ເທດ​ລະ​ວັງ​ຕໍ່​ການ​ຫຼອກ​ຫຼວງ​ຂອງ​ເວັບ​ໄຊປອມ.

 

​ຕອນ​ຄ່ຳວັນ​ທີ 5 ກຸມ​ພາ​ນີ້​, ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ​ໄດ້​ອອກ​ແຈ້ງ​ການ​ວ່າ, ກຳ​ປູ​ເຈຍມີ​ພຽງ​ແຕ່​​ເວັບ​ໄຊ​ທາງ​ການ​ທີ່ອອກວິ​ຊາ​ເອ​ເລັກ​ໂຕຼນິກ​ທີ່​ຊອບ​​ດ້ວຍ​ກົດ​ໝາຍ​ແຫ່ງ​ດຽວ ກໍ​ຄື: www.evisa.gov.kh. ​ ວິ​ຊາ​ເອ​ເລັກ​ໂຕຼນິກ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ, ກະ​ຊວງພາຍ​ໃນ​​ກຳ​ປູ​ເຈຍ​ແລະ​ສະ​ຖານ​ທູດ​ກຳ​ປູ​ເຈຍ​ຢູ່​ຕ່າງ​ປະ​ເທດ. ພະ​ແນກວຽກ​ງານ​ກົດ​ໝາຍ​ໄດ້​ຕັ້ງ​ໜ່ວຍ​ງານ​ການ​ຄຸ້ມ​ຄອງການ​ອອກວິ​ຊາ​ເອ​ເລັກ​ໂຕຼນິກ​ທີ່​ປະ​ກອບ​ດ້ວຍ​ພະ​ນັກ​ງານ​ຂອງ​ພະ​ແນກ​ຕ່າງໆ​ເພື່ອ​ດຳ​ເນີນ​ການສືບ​ສວນ, ພ້ອມ​ກັນ​ນັ້ນ, ​ຖ້າ​ນັກ​ທ່ອງ​ທ່ຽວ​ໄດ້​ພົບ​ສື່​ກາງ​ທີ່​ຍົກ​ຂຶ້ນ​ຄ່າ​ວິ​ຊາ​ເອ​ເລັກ​ໂຕຼນິກ, ກໍ​ສາ​ມາດ​ລາຍ​ງານ​ຕໍ່​ສະ​ຖານ​ທູດ​ຂອງ​ກຳ​ປູ​ເຈຍ​ປະ​ຈຳປະ​ເທດຕົນ.

 

ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ​ກ່າວ​ຕື່ມ​ວ່າ, ບໍ່​ເຄີຍມອບ​ສິດ​ໃຫ້​ເວັບ​ໄຊ​ປອມ​​ທີ່​ໃຫ້​ບໍ​ລິ​ການ​ດ້ານ​ການ​ອອກວິ​ຊາ​ເອເລັກ​ໂຕຼນິກ​ລະ​ຫວ່າງ​ລັດ​ຖະ​ບານ​ແລະ​ສື່ກາງ, ​ຮຽກ​ຮ້ອງ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ລະ​ວັງ​ຕໍ່​ການ​ຫຼອກ​ຫຼວງ​ຂອງ​ເວັບ​ໄຊ​ປອມ, ລັດ​ຖະ​ບານ​ກຳ​ລັງ​ນຳ​ໃຊ້​ມາດ​ຕະ​ການ​ສືບ​ສວນແກ້​ໄຂ.

ຄຳ​ເຫັນ

0