郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ບັນ​ຂົງ​ຈື້​ທີ່​ຟິ​ລິບ​ປິນ​ຈັດ​ການ​ແຂ່ງ​ຂັນ​ກ່າວ​ປາ​ຖະ​ກະ​ຖາ​ໂດຍ​ມີ​ຫົວ​ຂໍ້ “ພາ​ສາ​ຈີນ​ກັບ​ຂ້ອຍ”

2019-02-10 16:00:38 cri

   ວັນ​ທີ 9 ກຸມ​ພານີ້, ສະ​ຖາ​ບັນ​ຂົງ​ຈື້ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ອັນ​ເຈີ​ລິ​ສ ປະ​ເທດ​ຟິ​ລິບ​ປິນ​ໄດ້​​ຈັດ​ການ​ແຂ່ງ​ຂັນກ່າວ​ປາ​ຖະ​ກະ​ຖາ​ວິ​ຊາ​ການສ້າງ​ຄູ​ພ​າ​ສາ​ຈີນ​ຊຸດ​ທີ​ສອງ.

   ການ​ແຂ່ງ​ຂັນ​ຄັ້ງ​ນີ້​ມີ​ຫົວ​ຂໍ້ວ່າ “ພາ​ສາ​ຈີນ​ກັບ​ຂ້ອຍ”, ມີນັກສຶກ​ສາ 13 ຄົນຈາກວິ​ຊາ​ການສ້າງ​ຄູ​ພາ​ສາ​ຈີນຂອງສະ​ຖາ​ບັນ​ຂົງ​ຈື້​​ມະ​ຫາ​ວິ​ທະ​ຍາ​ໄລ​ອັນ​ເຈີ​ລິ​ສ​ຊຸດ​ປີ 2015, 2016 ແລະ2018 ໄດ້​ຮັບ​ໄຊ​ຊະ​ນະ​​ໃນການ​ແຂ່ງ​ຂັນ​ຮອບ​ຄັດ​ເລືອກ​ຂັ້ນ​ຫ້ອງ​ຮຽນ ແລະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ​ຄັ້ງ​ນີ້.

   ​​ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ທຸກ​ຄົນ​ໄດ້​ບັນ​ຍາຍ​ເລື່ອງ​ຕ່າງໆ​ກ່ຽວ​ກັບ​ຕົນ​ເອງ​ກັບ​ພາ​ສາ​ຈີນ​ຈາກ​ມູມ​ຕ່າງໆ, ໃຊ້​ຄວາມ​ຮູ້​ສຶກ​ຕົວ​ຈິງ​ມາ​ເລົ່າ​ເລື່ອງ​ທີ່​ຕົນ​ຮູ້​ຈັກ ພົບພໍ້​ແລະ​ເຂົ້າ​ໃຈພາ​ສາ​ຈີນ.

   ສະ​ຖາ​ບັນ​ຂົງ​ຈື້ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ອັນ​ເຈີ​ລິ​ສສ້າງ​ຕັ້ງ​ຂຶ້ນ​ໃນ​ຕົ້ນ​ປີ2010, ເປັນ​ອົງ​ການ​ບໍ​ລິ​ການ​ການ​ສຶກ​ສາ​ທີ່​ສ້າງ​ຕັ້ງ​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ອັນ​ເຈີ​ລິ​ສ, ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​​ແຂວງ​ຟູ​ຈ້ຽນ​ຈີນ​ແລະ​ສຳ​ນັກ​ງານ​ໃຫຍ່​​ສະ​ຖາ​ບັນ​ຂົງ​ຈື້ຈີນ​, ກໍ​ເປັນ​ສະ​ຖາ​ບັນ​ຂົງ​ຈື້​ແຫ່ງ​ທີ3ຂອງ​ຟິ​ລິບ​ປິນ.

ຄຳ​ເຫັນ

0