郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ກິມ​ເຈີງ​ອຸນ​ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ສ້າງ​ສາ​ກອງ​ທັບ

2019-02-10 15:57:06 cri

   ວັນ​ທີ 8 ກຸມ​ພາ ແມ່ນ​ວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ເກົາ​ຫຼີ. ວັນ​ທີ 9 ກຸມ​ພາ​ຜ່ານ​ມາ ຂ່າວ​ສານ​ສູນ​ກາງ​ເກົາ​ຫຼີລາຍ​ງານ​ວ່າ, ທ່ານ​ກິມ​ເຈີງ​ອຸນ ຜູ້​ນຳ​ສູງ​ສຸດ​ສ​ປ​ປ​ເກົາ​ຫຼີ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກະ​ຊວງ​ກຳ​ລັງ​ອາ​ວຸດ​ປະ​ຊາ​ຊົນ​ສ​ປ​ປ​ເກົ​າ​ຫຼີ​ໃນ​ວັນ​ທີ 8 ກຸມ​ພານີ້​, ໂດຍໄດ້​ຊົມ​ເຊີຍ​​ການ​ສ້າງ​ຕັ້ງກອງ​ທັບ​ປະ​ຊາ​ຊົນ​ເກົາ​ຫຼີ​ຄົບ​ຮອບ 71 ປີ, ແລະ​ສະ​ເໜີ​ຄວາມ​ຮຽກ​ຮ້ອງ​ຕໍ່​ການເພີ່ມ​ທະ​ວີ​ການ​ສ້າງ​ສາ​ກອງ​ທັບ.

   ທ່ານ​ກິມ​ເຈີງ​ອຸນ​ໄດ້​ກ່າວ​ປາ​ໄສ​ຕໍ່​ຜູ້​ນຳ​ກອ​ງ​ທັບ​ປະ​ຊາ​ຊົນ​ຢູ່​ກະ​ຊວງ​ກຳ​ລັງ​ອາ​ວຸດ​ປະ​ຊ​າ​ຊົນ​ໂດຍ​ເນັ້ນ​ວ່າ, ທົ່ວ​ກອງ​ທັບ​ຕ້ອງ​ສ້າງ​ລະ​ບົບ​ນຳ​ພາ​ພຽງ​ດຽວ​ຂອງ​ພັກ​ແຮງ​ງານ​ຕໍ່​ກອງ​ທັບ​ຢ່າງ​ຕິດ​ແທດ​ຕົວ​ຈິງ​ຕື່ມ​ອີກ, ສາ​ມັກ​ຄີ​ເຂົ້າ​ກັນ​ຢ່າງ​ສະ​ໜິດ​ແໜ້ນ​ຢູ່​ອ້ອມ​ຂ້າງ​ສູນ​ກາງ​ພັກ, ແລະ​ສະ​ເໜີ​ວ່າ​ຕ້ອງ​ເອົາ​ໃຈ​ໃສ່​ວຽກ​ງານການສຶກສາ​​ແນວ​ຄິດ​ແລະ​ການ​ເຝິກ​ແອບ​ຂອງ​ກອງ​ທັບ, ຊຸ​ກ​ຍູ້​​ການ​ສ້າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ໃຫ້ເຂັ້ມ​ແຂງກວ່າ​ເກົ່າ​ຢ່າງ​ບໍ່​ຢຸດຢັ້ງ, ແລະ​ຊີ້​ໃຫ້​ເຫັນວ່າ​ກອງ​ທັບ​ປະ​ຊ​າ​ຊົນ​ຄວນ​ປະ​ຕິ​ບັດ​ພາ​ລະ​ກຳ​ສອງ​ຢ່າງ​ຂອງ​ຕົນ​ໃຫ້​ດີ​ຄື:​ປ້ອງ​ກັນ​ປະ​ເທດ​ຊາດ​ແລະ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ.

ຄຳ​ເຫັນ

0