黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​ມີ​ຜູ້​ເດີນທາງ​ກັບຢ່າງ​ໜາ​ແໜ້ນທີ່​ສຸດ​​ໃນ​ວັນ​ສຸດ​ທ້າຍ​ຂອງໄລຍະ​ພັກ​ບຸນ​ກຸດ​ຈີນ

2019-02-11 16:17:56 CRI

ກົມ​ຄຸ້ມ​ຄອງ​ການ​ຄົມມະນາຄົມ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ ປະກາດ​ໃນ​ວັນ​ທີ 10 ກຸມພາ​ນີ້​ວ່າ ​ໃນ​ວັນ​ສຸດ​ທ້າຍ​ຂອງ​ໄລຍະ​ພັກ​ບຸນ​ກຸດ​ຈີນ ຄື ວັນ​ທີ 10 ກຸມພາ​ນີ້, ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດຈີນ​ມີ​ຜູ້​ໂດຍສານ​ເດີນທາງ​ກັບຢ່າງ​ໜາ​ແໜ້ນທີ່​ສຸດ, ການ​ຄົມມະນາຄົມ​ທາງ​ດ່ວນມີ​ລົດ​ຕິດ​ສົມຄວນ​.

​ມາ​ຮອດ​ເວລາ 18:00 ​ໂມງຂອງ​ວັນ​ທີ 10 ກຸມພາ​ນີ້, ສະພາບ​ການ​ຄົມມະນາຄົມ​ທາງບົກ​ໃນ​ທົ່ວ​ປະ​ເທດ​ມີ​ຄວາມ​ສະດວກ​ສະບາຍ​ໂດຍ​ລວມ ຈຳນວນ​ຄົນ​ເສຍ​ຊີວິດ​ໃນ​ອຸບັດ​ເຫດທາງ​ຖະໜົນໄດ້ຫຼຸດລົງ 53%, ອຸບັດ​ເຫດ​ທີ່​​ເຮັດ​ໃຫ້​ຄົນ​ເສຍ​ຊີວິດຕໍ່​ຄັ້ງຫຼາຍກວ່າ 3 ຄົນ​ນັ້ນ​ໄດ້ຫຼຸດລົງ 6 ​ເທື່ອ ຫຼ​ເທົ່າ​ກັບື 38% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ແລະ ບໍ່​​ໄດ້​ເກີດອຸບັດ​ເຫດທີ່​​ເຮັດໃຫ້​ມີ​ຄົນ​ເສຍ​ຊີວິດຕໍ່​ຄັ້ງຫຼາຍກວ່າ 10 ຄົນ​ນັ້ນຈັກ​ເທື່ອ ​​ເຊິ່ງໄດ້ຫຼຸດລົງ 1 ​ເທື່ອ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​​ດ້ານ​ການຄົມມະນາຄົມ​ທາງບົກ​ໃນ​ໄລຍະ​ບຸນ​ກຸດ​ຈີນ ກອງ​ກຳລັງຕຳຫຼວດ​ແລະຜູ້​ຊ່ວຍ​ວຽກຕຳຫຼວດຕ່າງ​ກໍ​ໄດ້​​ເສຍສະຫຼະວັນພັກ​ການ ແລະ ຕັ້ງໜ້າປະຕິບັດໜ້າ​ທີ່ຂອງ​ຕົນ. ຕົວ​ເລກ​ສະຖິຕິ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ​ແຫ່ງ​ຕ່າງໆທົ່ວ​ປະ​ເທດ​ໄດ້ສົ່ງ​ກຳລັງ​ຕຳ​ຫຼວດປະຕິບັດ​ໜ້າ​ທີ່​ເຖິງ 170.000 ​ເທື່ອ​ຄົນ, ລົດ​ຕຳຫຼວດ 60.000 ກວ່າ​ເທື່ອ​ຄັນ; ​ມີ​ປ້ອມ​ຕຳຫຼວດປະຕິບັດ​ໜ້າ​ທີ່ 4.000 ກວ່າ​ແຫ່ງ, ສ້າງ​ຈຸດ​ປະຕິບັດ​ໜ້າ​ທີ່​ຊົ່ວຄາວ 20.000 ກວ່າ​ຈຸດ, ​ໄດ້​ປະຕິບັດ​ລະບຽບ​ຕໍ່​ການ​ກະທຳຕ່າງໆທີ່​ລະ​ເມີດ​ລະບຽບ​ຈະລາຈອນ​ 1.700.000 ກວ່າ​ກໍລະນີ ​ເຊິ່ງສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ການ​ຄົມມະນາຄົມ​ທາງບົກ​ຢ່າງ​ໜັກ​ແໜ້ນ.

ຄຳ​ເຫັນ

0