吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ກິດຈະກຳ​ໃຫ້​ເງິນ​ອັ່ງ​ເປົາ​ທາງ​ອິນ​ເຕີ​ເນັດ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຊາວ​ຈີນ

2019-02-11 17:28:23 cri

​ໃນ​ໄລຍະ​ບຸນ​ກຸດ​ຈີນ​ປີ 2019, ກິດຈະກຳ​​ໃຫ້​ເງິນ​ອັ່ງ​ເປົາ​ທາງ​ອິນ​ເຕີ​ເນັດຕ່າງໆ​ໄດ້​​ຮັບ​ຄວາມ​ນິຍົມ​ຈາກ​ປະຊາຊົນ. ຖ້າ​ຢາກ “​ໃຫ້​ເງິນ​ອັ່ງ​ເປົາ” ທາງ​ອິນ​ເຕີ​ເນັດຢ່າງ​ສະດວກ ຕ້ອງ​ມີ​ລະບົບ​ຊຳລະ. ​ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​​ປີ 2019, Unionpay ຈີນ​ໄດ້ມີ​ຍອດ​ມູນ​ຄ່າ​ການ​ຊຳລະ​ຂ້າມ​ທະນາ​ຄານ 261,7 ຕື້​ຢວນ, ​ເພີ່ມ​ຂຶ້ນ 81,3% ​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ. ​ໃນ​ມື້​ທຳ​ອິດ​ຂອງ​ບຸນ​ກຸ​ດຈີນ, ການ​ຊຳລະ​ທາງ​ອິນ​ເຕີ​​ເນັດ​ບັນລຸ​ເຖິງ 44000 ​ຄັ້ງ​ຕໍ່ວິນາທີ, ​ໃນ​ເວລາ 0 ​ໂມງ 3 ວິນາທີມີ​ຍອດ​ການ​ຊຳລະ​ຫຼາຍ​ທີ່​ສຸດ.

​ໃນ​ຄືນ​ສົ່ງ​ທ້າຍ​ປີ​ເ​ກົ່າຕ້ອນຮັບ​ປີ​ໃໝ່​ປີ 2019, ອັດຕາການ​ຊຳລະ​ທາງ​ອິນ​ເຕີ​ເນັດ​ຂອງ Unionpay ສຳ​ເລັດ​ຜົນ 100%, ​ໂດຍສະ​ເລ່ຍ​ໃຊ້​ເວລາ​ພຽງ​ແຕ່ 0,22 ວິນາທີ​ເທົ່າ​ນັ້ນ ຄວາມ​ສາມາດ​ການ​ຊຳລະ​ສະ​ສາງ​ໄດ້​ຮັບ​ການ​ກວດກາຄືນ​ອີກ.

ຄຳ​ເຫັນ

0