黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ບັນ​ລຸ​ລາຍ​ຮັບ​ດ້ານ​ການ​ທ່ອງ​ທ່ຽວ​ຫຼາຍກວ່າ 500 ຕື້ຢວນໃນ​ໄລ​ຍະ​ບຸນ​ກຸດ​ຈີນ

2019-02-11 15:02:57 cri

ຕາມ​ຂ່າວ CRI: ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ 2019, ​ຈາກ​ການ​ຄິດ​ໄລ່​ສັງ​ລວມ​ຂອງ​ສູນ​ສະ​ຖິ​ຕິກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ, ທົ່ວ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 415 ລ້ານ​ເທື່ອ​ຄົນ, ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 7,6%, ບັນ​ລຸ​ລາຍ​ຮັບ​ດ້ານ​ການ​ທ່ອງ​ທ່ຽວ 513,9 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 8,2%, ຕະ​ຫຼາດ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ມີ​ຄວາມ​​ຄຶກ​ຄັກ​ແລະ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.

ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ຮີດ​ຄອງ​ປະ​ເພ​ນີ​ທີ່​ມີ​ມູນ​ເຊື້ອ​ແລະ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​​ແມ່ນ​ກຳ​ລັງ​ດຶງ​ດູດ​​ນັກ​ທ່ອງ​ທ່ຽວຢ່າງ​ພົ້ນ​ເດັ່ນ. ແຫ່ງ​ຕ່າງໆ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ອັນ​ອຸ​ດົມ​ສົມ​ບູນ, ເພື່ອ​ສ້າງ​ບັນ​ຍາ​ກາດ​ບຸນ​ກຸດ​ຈີນ. ຕາມ​ຜົນ​ການ​ຄິດ​ໄລ່​ຂອງ​ສູນ​ສະ​ຖິ​ຕິຂອງ​ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ​ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ຊົມ​ຫໍ​ພິ​ພິດ​ທະ​ພັນ​ມີ 40,5%, ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ຫໍ​ວິ​ຈິດ​ຕະ​ກຳ​ມີ​ເຖິງ 44,2%, ນັກ​ທ່ອງ​ທ່ຽວ​ທີ່​ໄປ​ຊົມ​ຫໍ​ສະ​ໝຸດ​ແລະ​​ຫໍ​ວິ​ທະ​ຍາ​ສາດ​ເຕັກ​ນິກມີ​ເຖິງ 40,6%ແລະ, ໄປ​ເຂດ​ຖະ​ໜົ​ນ​ວັດ​ທະ​ນະ​ທຳ​ທີ່​ມີ​ປະ​ຫວັດ​ສາດ​ບັນ​ລຸ​ເຖິງ 18,4%. ນັກ​ທ່ອງ​ທ່ຽວ​ທີ່​ໄດ້​ຊົມ​ການ​ສະ​ແດງວັດ​ທະ​ນະ​ທຳ​ປະ​ເພດ​ຕ່າງໆ​ບັນ​ລຸ​ເຖິງ 34,8%.

ຄຳ​ເຫັນ

0