吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຫະພາບ​ເອີຣົບ​ຍົກ​ເລີກການ​ຫຼຸດ​ພາສີ​ຕໍ່​ຜະລິດ​ຕະພັນ​ກຳປູ​ເຈຍ​

2019-02-12 16:25:07 cri

ວັນ​ທີ 11 ກຸມພາ​ນີ້, ​ ສະຫະພາ​ບ​ເອີຣົບ​ໄດ້ຍົກ​ເລີກ​ການ​ຫຼຸດ​ພາສີ​ຕໍ່​ຜະລິດ​ຕະພັນນຳ​ເຂົ້າ​ຈາກ​ກຳປູ​ເຈຍດ້ວຍ​ຂໍ້​ອ້າງ​ກຳປູ​ເຈຍບໍ່​ມີ​ສິດ​ທິມະ​ນຸດ ​ແລະທ່າ​ລາຍ​ສິດຂອງ​ຜູ້​ອອກ​ແຮງ​ງານ.

ຄະນະ​ກຳມະການ​ສະຫະພາບ​ເອີຣົບ​ໄດ້​ອອກ​​ແຈ້ງການ​​ໃນ​ມື້​ດຽວ​ກັນ​ວ່າ: ຂັ້ນ​ຕອນການ​ຍົກ​ເລີກການ​ຫຼຸດ​ພາສີ​ຈະ​ສືບ​ຕໍ່​ໄປ​ເປັນ​ເວລາ 1 ປີ, ​ໃນ 6 ​ເດືອນຕົ້ນ​ປີ ສະຫະ​ພາບ​ເອີຣົບຈະ​ຕິດຕາມ​ ​ແລະ​ມີ​ການປະສານ​ງານ​ກັບ​ລັດຖະບານ​ກຳປູ​ເຈຍ, ​ໃນ​ 6 ​ເດືອນທ້າຍ​ປີ​ຈະ​ອອກ​ບົດ​ລາຍ​ງານ​ຕາມຜົນ​ການ​ສືບສວນ.

​ແຈ້ງການ​ດັ່ງກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຫຼັງ​ຈາກ​ນີ້, ສະຫະພາບ​​ເອີຣົບຈະ​ອອກ​ຂໍ້ຕົກລົງ​ກ່ຽວ​ກັບຍົກ​ເລີກ​ການ​ຫຼຸດ​ພາສີ​ຕໍ່​ຜະລິດ​ຕະພັນນຳ​ເຂົ້າ​ຈາກ​ກຳປູ​ເຈຍ​ ຫຼືບໍ່. ຖ້າອອກ​ຂໍ້​ຕົກລົງ​ດັ່ງກ່າວ​ກໍ​ຈະ​ເປີດ​ເຜີຍ​ຂອບ​ເຂດ ​ແລະ​ເວລາທີ່​ຈະ​ຍົກ​ລີກ​ການ​ຫຼຸດ​ພາສີ​ຫຼັງ​ຈາກ​ນັ້ນ 6 ​ເດືອນ​ມາດຕະ “ການ​ຂວ້ຳ​ບາດ” ​ເຊິ່ງຈະ​ມີ​ຜົນ​ບັງຄັບ​ໃຊ້ຢ່າງ​ເປັນ​ທາງ​ການ.

ຄຳ​ເຫັນ

0