吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປັ່ນຮົບ​ອາ​ເມຣິກາ​ແລ່ນ​ເຂົ້າ​ເຂດ​ທະ​ເລຈີນ​ໃ​ຕ້ຕາມ​ລຳພັງ​ໃຈ

2019-02-12 16:23:55 cri

ວັນ​ທີ 11 ກຸມພາ​ນີ້, ມີ​ກຳ​ປັ່ນ​ຮົບ​ອາ​ເມຣິກາ 2 ລຳ​​ແລ່ນເຂົ້າ​ເຂດ​ທະ​ເລ​ຈີນ​ໃ​ຕ້ຕາມ​ລຳພັງ​ໃຈ. ທ່ານ​ນາງ​ຮວ້າຊຸ່ນຢີງ ​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ຈີນ​ໄດ້​ປະ​ທ້ວງ ​ແລະ​ຄັດຄ້ານຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້​​ໃນ​ມື້​ດຽວກັນ, ​ແລະ​ກ່າວ​ເຕືອນ​ອາ​ເມຣິກາ​ຈັ່ງຢຸດຕິ​ການ​ກະທຳ​ເກາະ​ຜິດ​ໃນ​ລັກ​ສະ​ນະ​ນີ້ທັນທີ. ທ່ານ​ນາງ​ກ່າວ​ເນັ້ນ​ວ່າ: ຈີນ​ຈະ​ສືບ​ຕໍ່​ນຳ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ, ​ເດັດ​ດ່ຽວປົກ​ປັກ​ຮັກສາ​ອຳ​ນາດອະທິປະ​ໄຕ ​ແລະ​ຄວາມໝັ້ນຄົງແຫ່ງ​ຊາດ, ຮັກສາ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບຂອງ​ທະ​ເລ​ຈີນ​ໃຕ້.

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກຸມພາ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢີງກ່າວ​ວ່າ: ​ໃນ​ມື້​ດຽວ​ກັນ, ກອງທັບ​ເຮືອ​ຈີນ​ໄດ້​ຕິດຕາມ​ກວດກາ​ກຳ​ປັ່ນຮົບ​ອາ​ເມຣິກາ “USS Spruance” ​ແລະ “USS Preble” ທີ່​​ແລ່ນ​​ເຂົ້າທະ​ເລ​ຈີນ​ໃຕ້​ຕາມລຳພັງ​ໃຈ ​ແລະ​ໄດ້​ກ່າວ​ເຕືອນ​ທັງ​ຂັບ​ໄລ່​ອອກ​ໄປ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ: ສະຖານະ​ການ​ຂອງ​ທະ​ເລ​ຈີນ​ໃ​ຕ້​ໃນ​ປັດຈຸບັນ​ນີ້​​ແມ່ນ​ມີ​ສັນຕິພາບ ​ແລະ​ມີ​ສະຖຽນ​ລະ​ພາບ ​ແລະ​ສືບ​ຕໍ່​ພັດທະນາ​ເປັນ​ຢ່າງ​ດີ. ການ​ກະທຳ​ຂອງ​ອາ​ເມຣິກາຈະ​ບໍ່​ໄດ້​ຮັບ​ການ​ສະໜັບສະໜູນຈາກ​ປະຊາ​ຄົມ​ໂລກ. ຈີນ​ກ່າວ​ເຕືອນ​ອາ​ເມຣິກາຈັ່ງ​ຢຸດຕິ​ການ​ກະທຳ​ເກາະ​ຜິດ​​ໃນ​ລັກສະນະ​ນີ້​ທັນທີ ​ແລະຄວນ​ເຄົາລົບ​ຄວາມ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ໃນ​ການ​ຮັກສາ​ສັນ​ຕິ​ພາບ ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃ​ຕ້.

ຄຳ​ເຫັນ

0