黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະຄອນຫຼວງລອນ​ດອນ​ສະ​ຫຼອງບຸນ​ກຸດ​ຈີນ​ຢ່າງ​ຄຶກຄື້ນ

2019-02-12 11:21:35 CRI

ວັນ​ທີ 10 ກຸມພາ​ນີ້​ພໍດີ​ຖືກ​ກັບ​ວັນ​ຂຶ້ນຫົກ​ຄ່ຳ​ເດືອນ​ຈຽງ​ຕາມ​ຈັນທະຄະຕິ​ຈີນ ​ໃນ​ວັນ​ດັ່ງກ່າວ, ມີມວນ​ຊົນ 7 ​ແສນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມຫຼວງຕຣາຟັນ​ກາ ນະຄອນ​ລອນ​ດອນ ປະ​ເທ​ດອັງກິດ ​ເພື່ອ​​ເຂົ້າຮ່ວມ​ພິທີສະ​ເຫຼີມສະຫຼອງບຸນ​ກຸດ​ຈີນ​ປີ​ກຸນ ​​ລວມທັງ​ການ​ຊົມ​ການ​ແຫ່​ຂະ​ບວນ, ​ເບິ່ງການສະ​ແດງ ຫຼື ​ເຂົ້າຮ່ວມ​ລາຍການຕ່າງໆ ​ເພື່ອ​ສຳຜັດ​ກັບ​ບຸນປີ​ໃໝ່​ຈີນ​ຢ່າງ​ໃກ້ຊິດ​ທີ່​ສຸດ.

ການ​ແຫ່​ຂະ​ບວນລວມມີ 50 ກວ່າ​ຂະ​ບວນລວມທັງລົດ​ໂຖ​ດອກ​ໄມ້ ​ເຊິ່ງ​ໄດ້​ສ້າ​ງສະຖິຕິ​ໃໝ່​​ເມື່ອ​ທຽບ​ກັບທຸກ​ປີຜ່ານມາ. ຫຼັງສິ້ນ​ສຸດ​ການ​ແຫ່​ຂະ​ບວນ ກໍ​ໄດ້​ເລີ່​ມຕົ້ນພິທີ​ສະ​ເຫຼີມສະຫຼອງຢູ່​ສະໜາມຫຼວງດັ່ງກ່າວ​ຢ່າງ​ເປັນ​ທາງ​ການ ​ໂດຍ​ພິທີ​ກອນ​ໄດ້​ອ່ານ​ສານ​ອວຍພອນ​ຂອງ​ພະ​ລາ​ຊີ​ນີ​ເອລີ​ຊາ​ເບັດ​ລັດຊະການ​ທີ 2 ​ແລະ ທ່ານ​ນາງ​ເທ​ເຣຊາ ​ເມ ນາຍົກລັດຖະມົນຕີອັງກິດ​ທີ່​ໄດ້​ສົ່ງຄຳອວຍພອນ​ງານ​ດັ່ງກ່າວ, ຂະນະ​ທີ່​ທ່ານຫຼິວສຽວ​ໝິງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອັງກິດ ກໍ​ໄດ້​ກ່າວ​ປາ​ໄສ​ວ່າ: ບຸນ​ກຸ​ດຈີນ​ນັບ​ມື້​ກໍກາຍ​ເປັນວັນ​ບຸນ​ຮ່ວມກັນ​ຂອງ​ປະຊາຊົນ​ຈີນ​ແລະ​ປະຊາຊົນອັງກິດ ​ແລະ ກໍກາຍ​ເປັນ​ກິດຈະກຳ​​ອາລະຍະ​ທຳ​ຈີນ​ແລະ​ຕາ​ເວັນ​ຕົກ​ຕ່າງ​ຖອດ​ຖອນ​ບົດຽນ​ເຊິ່ງກັນ​ແລະ​ກັນ ທັງ​ເປັນ​ງານ​ມະ​ໂຫລານ​ທີ່​ເສີມ​​ຂະຫຍາຍມິດຕະພາບ​ລະຫວ່າງ​ຈີນ-ອັງກິດ. ນອກ​ນີ້, ທ່ານຫຼິວສຽວ​ໝິງກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ພິ​ເສດ​ຕໍ່​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທີ່​ໄດ້​ໃຫ້​ຄວາມ​ສຳຄັນ​ແລະ​ສະໜັບສະໜູນ​ຕໍ່​ກິດຈະກຳ​ສະ​ເຫຼີມສະຫຼອງດັ່ງກ່າວ ລວມທັງ​ສະມາຄົມ​ການ​ຄ້າ​ຊາວ​ຈີນ​ຢູ່​ນະຄອນຫຼວງລອນ​ດອນ​ທີ່​ໄດ້​ພະຍາຍາມກຽມ​ຄວາມ​ພ້ອມ​ໃນ​ການ​ຈັດ​ງານ​ດັ່ງກ່າວ.

ຄຳ​ເຫັນ

0