黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີທ່ອງທ່ຽວລາວ 2018 ສ້າງລາຍຮັບໄດ້ເຖິງ 755 ລ້ານກວ່າໂດລາສະຫະລັດ.

2019-02-12 16:33:19 cri

图片默认标题_fororder_微信图片_20190212162814

ວັນທີ 11 ກຸມພາ 2019ນີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດພິທີສະຫຼຸບປີທ່ອງທ່ຽວລາວ 2018 ແລະມອບລາງວັນໃຫ້ແກ່ຜູ້ປະກອບສ່ວນສົ່ງເສີມການທ່ອງທ່ຽວລາວປີ 2018 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ຖວທ, ເຈົ້າແຂວງ, ພ້ອມດ້ວຍຕາງໜ້າພະແນກ ຖວທ ທົ່ວປະເທດ, ມີນັກທຸລະກິດທຸກຂະແໜງການ, ພ້ອມດ້ວຍແຂກທີ່ເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

    ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖວທ ໄດ້ກ່າວສະຫຼຸບກ່ຽວກັບວຽກງານປີທ່ອງທ່ຽວລາວ 2018 ທ່ານກ່າວວ່າ: ລັດຖະບານ ສປປ ລາວ ໄດ້ຖືເອົາວຽກງານການທ່ອງທ່ຽວເປັນຂະແໜງເສດຖະກິດອັນສໍາຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດ ເພື່ອສົ່ງເສີມວຽກງານດັ່ງກ່າວ ໃນປີ 2018 ລັດຖະບານລາວໄດ້ເປີດເປັນປີທ່ອງທ່ຽວຢ່າງເປັນທາງການໃນວັນທີ 28 ຕຸລາ 2017 ແລະ ໄດ້ມີການຈັດກິດຈະກໍາສົົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ຄຶກຄື້ນໃນທົ່ວປະເທດ, ຢູ່ບັນດາແຂວງກໍ່ໄດ້ສ້າງກິດຈະກໍາການທ່ອງທ່ຽວພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງຕາມສະພາບທ່າແຮງດ້ານການທ່ອງທ່ຽວຂອງຕົນຢ່າງເປັນຂະບວນຟົດຟື້ນ ແລະເພື່ອຊຸກຍູ້ການຈັດປີທ່ອງທ່ຽວລາວ 2018 ນີ້, ລັດຖະບານກໍ່ໄດ້ໃຫ້ຄວາມສໍາຄັນຄັນ ແລະ ມີນະໂຍບາຍພິເສດຍົກເວັ້ນຄ່າທໍານຽມວິຊາໃຫ້ບາງປະເທດ. ສໍາລັບປີທ່ອງທ່ຽວລາວ 2018 ຂະແໜງການທ່ອງທ່ຽວ ໄດ້ສ້າງລາຍຮັບໃຫ້ແກ່ ສປປ ລາວຈໍານວນ 755.342.151 ໂດລາສະຫະລັດ ເພີ່ມຂຶ້ນ 17% ທຽບໃສ່ປີ 2017, ມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ຈໍານວນ 4.186.432 ເທື່ອຄົນ ເຊິ່ງເພີ່ມຂຶ້ນ 8,2 % ເມື່ອທຽບປີ 2017. ໃນນີ້, ນັກທ່ອງທ່ຽວອາຊີປາຊີຟິກເພີ່ມຂຶ້ນ 8,4%, ນັກທ່ອງທ່ຽວເອີລົບເພີ່ມຂຶ້ນ 3%, ອາເມລີກາເພີ່ມຂຶ້ນ 7,5%. ສໍາລັບໃນປີ 2017 ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ 3.868. 838 ເທື່ອຄົນ, ສ້າງລາຍຮັບໃຫ້ຂະແໜງການທ່ອງທ່ຽວລາວ ໄດ້ 648 ລ້ານກວ່າໂດລາສະຫະລັດ. ນອກຈາກນີ້,​ ຜົນໄດ້ຮັບຈາກການເປີດທ່ອງທ່ຽວລາວ​ 2018​ ນີ້​ ຈະປະກອບສ່ວນສ້າງເງື່ອນໄຂ ແລະ ທ່ວງທ່າອັນດີໃຫ້ແກ່ການເປີດປີທ່ອງທ່ຽວລາວ-ຈີນ 2019 ໃຫ້ສາມາດດຶງດູດນັກທ່ອງທ່ຽວຈີນເຂົ້າມາລາວໃຫ້ຫລາຍຂຶ້ນ ເພາະນັກທ່ອງທ່ຽວຈີນເປັນອັນດັບໜຶ່ງຂອງໂລກໃນການເດີນທາງທ່ອງທ່ຽວ.

图片默认标题_fororder_微信图片_20190212162825


    ໃນພິທີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນກຽດມອບລາງວັນ ສະຖານທີ່ທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງສປປ ລາວ ແລະລາງວັນອື່ນໆໃຫ້ແກ່ຜູ້ປະກອບສ່ວນສົ່ງເສີມການທ່ອງທ່ຽວລາວປີ 2018 ນໍາອີກ.

ຄຳ​ເຫັນ

0