吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ໂຮງລະ​ຄອນ​ຈີນ”​ທີ່​ສະ​ຖາ​ນີ​ວິ​​ທະ​ຍຸໂທ​ລະ​ພາບ​ສູນ​ກາງ​ຈີນ​ອອກອ​ກາດ​ຢູ່ ປາ​ກີ​ສະ​ຖານ​​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ເຊີຍ

2019-02-12 10:35:48 CRI

    ຕາມ​ຂ່າວCRI: ໃນໄລ​ຍະບຸນ​ກຸດ​ຈີນ, ລາຍ​ການ “ໂຮງລະ​ຄອນ​ຈີນ” ທີ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບສູນ​ພາງ​ຈີນ​ຮ່ວມ ກັບ ໂທ​ລະ​ພາບ​ມາ​ອານ​​ນັ້ນ​ໄດ້​ອອກ​ອາ​ກາດ​ຢູ່​ປະ​ເທດ​ປາ​ກີ​ສະ​ຖານ.
    ວັນ​ທີ 11 ກຸມ​ພາ​ນີ້, ທ່ານ​ກົວເຫວີຍ ຫົວ​ໜ້າ​ສຳ​ນັກ​ງານ​ຈີນ​ປະ​ຈຳ​ປາ​ກີ​ສະ​ຖານ​ກ່າວ​ວ່າ, ລາຍ​ການ “​ໂຮງລະ​ຄອນ​ຈີນ” ​ອອກ​ອາ​ກາດ​ຢູ່​ປາ​ກີ​ສະ​ຖານ ຖື​ວ່າ​ເປັນລາຍ​ການໂທ​ລະ​ພາບ​ທີ່​ດີ​ເດັ່ນ​ຂອງ​ຈີນທີ່​ອອກ​ອາ​ກາດ​ຢູ່​ປາ​ກີ​ສະ​ຖານ​ເປັນ​ເທື່​ອ​ທຳ​ອິດ ແລະ ມີ​ຄວາມ​ໝາຍ​ສຳ​ຄັນ​ຫຼາຍໃນ​ການ​ສົ່ງ​ເສີມ​ການ​ພົວ​ພັນ​ມິດ​ຕະ​ພາບ​ຈີນ-ປາ​ກີ​ສະ​ຖານ​ໃຫ້​ກ້າວ​ເຂົ້າ​ສູ່ລວງ​ເລິກ​ ທັງເປັນ​ສັນ​ຍະ​ລັກ​ໃຫ້​ແກ່ມິດ​ຕະ​ພາບ​​ຂອງສອງ​ປະ​ເທດ​ຈີນ-ປາ​ກີ​ສະ​ຖານ.
    ໃນ​ໄລ​ຍະບຸນ​ກຸດ​ຈີນ, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ຮ່​ວມ​ມື​ກັບ​ສື່​ສຳ​ຄັນ 7 ປະ​ເທດ ຄື, ປາ​ກີ​ສະ​ຖານ, ເນ​ປານ, ສະຫະລັດ​ອາ​ລັບ​ເອມີ​​ເຣດ, ອູ​ແກຼນ, ​ບົສວາ​ນາ, ອັງ​ໂກ​ລາ ແລະ ກາ​ນາ​ດາ ເພື່ອ​​ອອກ​ອາ​ກາດ​ລາຍ​ການ“ໂຮງລະ​ຄອນ​ຈີນ” ເຊິ່ງ​ເປັນ​ລາຍ​ການ​ພິ​ເສດ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ເປັນ​ການສ້າງ​ບັນ​ຍາ​ກາດ​ບຸນ​ກຸດ​ຈີນ​ທີ່​ດີ​ງາມ​ຢູ່​ຕ່າງ​ປະ​ເທດ, ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ເຊີຍ​ຈາກ​ຜູ້​ເບິ່ງ​​ຜູ້​ຊົມໂທ​ລະ​ພາບ​ປະ​ເທດ​ຕ່າງໆ.

ຄຳ​ເຫັນ

0