覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕິ​ເບດ ພູ​ພຽງ​ຫິ​ມະທີ່ມີ​ໂສມ​ໜ້າ​ໃໝ່

2019-02-15 15:13:33 cri

图片默认标题_fororder_sifhlsfhlsfhlsfseze4

 

 ໃນ​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເມື່ອ​ປີ 2013, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ແລະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ຄະ​ນະ​ຜູ້​ແທນ​ເຂດ​​ປົກ​ຄອງ​ຕົນ​ເອງຕິ​ເບດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໂດຍ​​ທ່ານ​ໄດ້​ໃຫ້​ທິດ​ຊີ້​ນຳ​ແກ່ ​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ເຂດ​ຕິ​ເບດ​ໃຫ້​ກຳ​ແໜ້ນ​ໂອ​ກາດ​ຄັ້ງ​ປະ​ຫວັດ​​ສາດ, ເຊີດ​ຊູ​ນ້ຳ​ໃຈ​ຊາວ​ຕິ​ເບດ​ຢ່າງກວ້າງ​ຂວາງ, ​ສູ້​ຊົນ​ຜ່ານ​ຜ່າເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ,ໝູນ​ໃຊ້​ສະ​ພາບ​ທີ່​ດີ​ໃນ​ປັດ​ຈຸ​ບັນ, ກ້າວ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ແລະ​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຕິ​ເບດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ໃນ​ໄລ​ຍະ 6 ປີ​ຜ່ານ​ມາ, ຕິ​ເບດ​ໄດ້​ຜັນ​ຂະ​ຫຍາຍ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຄຳ​ປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້​ນ​ຜິງ​ແລະ​ທິດ​ທາງ​ຍຸດ​ທະ​ສາດ​ຂອງ​ສູນ​ກາງ​​ພັກໃນ​ການ​ຄຸ້ມ​ຄອງ​ຕິ​ເບດ, ແກ້​ໄຂ​ຈຸດ​ອ່ອນໃນ​ການ​ພັດ​ທະ​ນາ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສ້າງ​ສັງ​ຄົມ​ທີ່​ອິ່ມ​ໜຳ​ສຳ​ລານ, ສ້າງ​ສາ​ພັດ​ທະ​ນາ​ຕິ​ເບດ​ໃຫ້​ຈະ​ເລີີ່​ນ​ຮຸ່ງ​ເຮືອງ, ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ປະ​ຊາ​ຊົນ​ແລະ​ສ້າງ​ຜົນ​ປະ​ໂຫຍດ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ.

 

图片默认标题_fororder_sifhlsfhlsfhlsfseze2

ຄຳ​ເຫັນ

0