黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການປຶກສາຫາລືລະດັບສູງກ່ຽວກັບເສດຖະກິດການຄ້າຈີນ-ອາເມລິກາສິ້ນສຸດລົງ

2019-02-15 22:17:26 cri

ວັນທີ 14-15 ກຸມພານີ້ ທ່ານຫຼິວເຮີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ຮອງນາຍົກ ລັດຖະມົນຕີຈີນ, ຫົວໜ້າຝ່າຍຈີນຂອງການເຈລະຈາຮອບດ້ານກ່ຽວກັບເສດຖະກິດລະຫວ່າງຈີນ-ອາເມລິກາໄດ້ຮ່ວມກັບທ່ານໂຣເບີດ ໄລຊິນເຊີ ຜູ້ຕາງໜ້າອາເມລິກາດ້ານການຄ້າ ແລະທ່ານສະເຕວັນ ມູນູຊິນ ລັດຖະມົນຕີກະຊວງການເງິນອາເມລິກາຈັດການປຶກສາຫາລືກັນລະດັບສູງກ່ຽວກັບເສດຖະກິດ ການຄ້າຈີນ-ອາມເລິກາຄັ້ງທີ 6 ເຊິ່ງສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງປະຕິບັດຄວາມເປັນເອກະພາບກັນ ຂອງປະມຸກລັດສອງປະເທດທີ່ບັນລຸໄວ້ໃນເວລາພົບປະກັນທີ່ອັກຊັງຕິນ ໂດຍໄດ້ລົງເລິກແລກປ່ຽນກ່ຽວ ກັບຫົວຂໍ້ທີ່ສົນໃຈຮ່ວມກັນ ແລະບັນຫາທີ່ຈີນໃຫ້ຄວາມສົນໃຈເຊັ່ນ: ການໂອນເຕັກນິກ, ການປົກປັກ ຮັກສາສິດຊັບສິນທາງປັນຍາ, ກຳແພງທີ່ບໍ່ແມ່ນພາສີ, ຂະແໜງການບໍລິການ, ກະສິກຳ, ຄວາມກ້ຳ ເກິ່ງກັນດ້ານການຄ້າ, ກົນໄກການປະຕິບັດງານ ແລະບັນຫາອື່ນໆ. ສອງຝ່າຍໄດ້ບັນລຸຄວາມເປັນ ເອກະພາບກັນດ້ານຫຼັກການກ່ຽວກັບບັນຫາຫຼັກຕ່າງໆ ແລະໄດ້ດຳເນີນການປຶກສາຫາລືກັນຢ່າງລະອຽດ ກ່ຽວກັບບົດບັນທຶກຊ່ວຍຈຳວ່າດ້ວຍບັນຫາເສດຖະກິດການຄ້າລະຫວ່າງສອງຝ່າຍ, ສອງຝ່າຍກ່າວວ່າຈະ ເລັ່ງລັດເຮັດວຽກງານຕ່າງໆໂດຍອີງຕາມເວລາກຳນົດຂອງປະມຸກລັດສອງປະເທດ,ພະຍາຍາມໃຫ້ກ້າວ ເຖິງຂັ້ນເປັນເອກະພາບກັນ.

ສອງຝ່າຍຕົກລົງຈະປຶກສາຫາລືກັນຕໍ່ຢູ່ນະຄອນຫຼວງວໍຊິງຕັນໃນອາທິດໜ້າ.

ຄຳ​ເຫັນ

0