吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບ້ານ​ຢູ່​ພາກ​ເໜືອ​ນີ​ເຊ​ຣີຖືກ​ໂຈມ​ຕີ​ເຮັດ​ໃຫ້​ຢ່າງ​ໜ້ອຍ 66 ຄົນ​ເສຍ​ຊີວິດ

2019-02-16 15:43:59 cri

ວັນ​ທີ 15 ກຸມພາ​ນີ້, 8 ບ້ານ​ຢູ່​ລັດ​ກາ​ດຸ​ນາ​ພາກ​ເໜືອ​ນີ​ເຊຣີ​ໄດ້​ຖືກ​ຫຼອນໂຈມ​ຕີ, ຕຳຫຼວດ​ໄດ້​ຄົ້ນ​ພົບ​ຜູ້​ເສຍ​ຊີວິດ 66 ຄົນ, ລວມທັງ​ເດັກນ້ອຍ 22 ຄົນ. ນອກຈາກ​ນີ້, ຍັງ​ມີ​ຜູ້​ບາດ​ເຈັບ 4 ຄົນຖືກ​ສົ່ງ​ໄປ​​ໂຮງໝໍ. ປັດຈຸບັນ​ນີ້, ​​ມີ​ຜູ້​ຕ້ອງ​ຫາ​ທີ່​ເຂົ້າ​ຮ່ວມ​ການ​ໂຈມ​ຕີ​ດັ່ງກ່າວຫຼາຍ​ຄົນ​ຖືກ​ຈັບ, ​ແຕ່ຍັງ​ບໍ່​ຮູ້​ອັດ​ຕະລັກ​ຂອງຄົນ​ຮ້າຍ​ເຫຼົ່າ​ນີ້ ​ແລະ​ສາ​ເຫດຂອງການ​ໂຈມ​ຕີ​.

ນີ​ເຊ​ຣີ​ຈະ​ຈັດການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ວັນ​ທີ 16 ກຸມພາ​ນີ້. ​ໃນ​ເດືອນ​ມັງກອນ​ຜ່ານ​ມາ, ລັດຖະບານ​ນີ​ເຊ​ຣີ​ໄດ້​ກ່າວ​ເຕືອນ​ເຖິງ​ເຂດ​ທີ່​ອາດ​ຈະເກີດ​​ເຫດການຄວາມ​ຮຸນ​ແຮງກ່ອນ ​ແລະ​ຫຼັງ​​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ ລວມທັງ​ລັດ​ກາ​ດຸ​ນາ.

ຄຳ​ເຫັນ

0