李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອຳ​ນາດ​ສູງ​ສຸດ​ຂອງ​ຈີນ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ

2019-03-05 09:26:37 cri

ອົງ​ການ​ອຳ​ນາດ​ສູງ​ສຸດ​ຂອງ​ຈີນ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ

ຕອນ​ເຊົ້າວັນ​ທີ 5 ມີ​ນານີ້, ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ເຊິ່ງ​ເປັນ​ອົງ​ການ​ອຳ​ນາດ​ສູງ​ສຸ​ດ​ຂອງ​ຈີນ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈີ້ນ​ຜິງ, ຜູ້​ນຳ​ພັກ​ແລະ​ລັດ​ຈີນ​ທ່ານ​ອື່ນໆ, ​ພ້ອມ​ດ້ວຍ​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ເກືອບ 3000 ​ທ່ານ​ເຂົ້າ​ຮ່ວມ​​ພິ​ທີ​ເປີດກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13. ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ​ໃນ​ກອງ​ປະ​ຊຸມ, ສະ​ເໜີ​ຂໍ້​ສະ​ເໜີ​ຕໍ່​ວຽກ​ງານ​ໃນ​ປີ​ນີ້, ແລະ​​ຍື່ນ​ໃຫ້​ກອງ​ປະ​ຊຸມ​ນຳ​ໄປ​ພິ​ຈາ​ລະ​ນາ.

ອົງ​ການ​ອຳ​ນາດ​ສູງ​ສຸດ​ຂອງ​ຈີນ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ

 

ຄຳ​ເຫັນ

0