黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງກ່າວວ່າ: ຈີນສົ່ງເສີມທຶນໃນສັງຄົມເຂົ້າຮ່ວມການສ້າງສາພື້ນຖານໂຄງ ລ່າງຂອງຊົນນະບົດ

2019-03-08 23:00:08 cri

  

图片默认标题_fororder_8日上午,习近平参加十三届全国人大二次会议河南代表团审议(2)

    ວັນທີ 8 ມີນານີ້ ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນແຂວງເຫີໜານ ໂດຍກ່າວ ວ່າ, ຈີນຢາກຈະບັນລຸການສ້າງຊົນນະບົດໃຫ້ຈະເລີນ ກໍ່ຄວນຊັກນຳແລະສົ່ງເສີມໃຫ້ທຶນ ປະເພດຕ່າງໆໃນ ສັງຄົມເຂົ້າຮ່ວມການກໍ່ສ້າງພື້ນຖານໂຄງລ່າງຂອງຊົນນະບົດເຊັ່ນວ່າ: ການຂົນສົ່ງຄົມມະນາຄົມ, ຊົນລະປະທານ, ໂຄງການນ້ຳດື່ມຂອງຊົນະນບົດ, ການຂົນສົ່ງສິນຄ້າໄປຊົນນະບົດ ແລະການສ້າງຕາໜ່າງເຄືອຂ່າວເປັນຕົ້ນ.

    ນັບແຕ່ກອງປະຊຸມຄັ້ງທີ 18 ຂອງພັກກອມມູນິດຈີນມານີ້ ການນຳຈີນໄດ້ໃຫ້ຄວາມສຳຄັນຕໍ່ການສະ ແຫວງຫາຊີວິດການເປັນຢູ່ອັນດີງາມຂອງຊາວກະສິກອນ. ທ່ານສີຈິ້ນຜິງລົງໄປສຳຫຼວດຊົນນະບົດເທື່ອໃດກໍ່ຈະມັກຖາມບັນດາຊາວກະສິກອນວ່າມີຄວາມຕ້ອງການຫຍັງບໍ. ທ່ານສຸດທີາເອົາໃຈໃສ່ນຳການສ້າງ ເສັ້ນທາງໃນຊົນນະບົດ ເພາະນີ້ເປັນເສັ້ນທາງທີ່ໃຫ້ຊາວກະສິ ກອນຂົນສົ່ງຜະລິດຕະພັນກະສິກຳ ອອກໄປ ຂາຍແລະກ້າວໄປສູ່ຄວາມຮັ່ງມີ. ທ່ານຍັງມີການສົ່ງເສີມໃຫ້ ສ້າງຫ້ອງ​ນ້ຳຢູ່ຊົນນະບົດໃຫ້ດີ, ປັບປຸງການ ສະໜອງ​ນ້ຳປະປາ, ໄຟຟ້າແລະອາຍອຸ່ນໃນຊົນນະບົດ, ທ່ານກ່າວຢ້ຳມສຫຼາຍເທື່ອແລ້ວວ່າ, ບົນເສັ້ນ ທາງທີ່ກ້າວເດີນໄປສູ່ຄວາມອິ່ມໜຳສຳລານຢ່າງຮອບ ດ້ານຂອງຈີນ ຈະບໍ່ໃຫ້ປະຊາຊົນທຸກຍາກ ຄົນໃດໆຢູ່ ຫຼ້າຫຼັງ.

ຄຳ​ເຫັນ

0