黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາ​ຕ່ຳ​ອັງກິດ​ສະໜັບສະໜູນ​ການ​ເລື່ອນ​ເວລາ​ຖອນ​ອອກ​ຈາກ​ອີ​ຢູ

2019-03-15 11:16:12 CRI

ວັນ​ທີ 14 ມີນາ​ນີ້, ສະພາ​ຕ່ຳອັງກິດ​ໄດ້​ລົງ​ຄະ​ແນນ​ສຽງ​ ໂດຍ​ໄດ້​ຕົກລົງ​ສະໜັບສະໜູນ​ການ​ເລື່ອນ​ເວລາ​ຖອນ​ອອກ​ຈາກ​ອີ​ຢູ, ​ແຕ່​ການ​ທີ່​ອັງກິດ​ຈະ​ສາມາດ​ເລື່ອນ​ເວລາ​ຖອນ​ອອກ​ຈາກ​ອີ​ຢູ​ໄດ້ຫຼືບໍ່ ຍັງ​ຂຶ້ນຢູ່​ກັບ​ທ່າ​ທີ​ຂອງ​ປະ​ເທດ​ສະມາຊິກ​ອີ​ຢູອື່ນໆ.

ສະພາ​ຕ່ຳ​ອັງກິດ​ໄດ້​ຮັບຮອງ​​ເອົາ​ຂໍ້​ສະ​ເໜີ​ຂອງລັດຖະບານ​ສະບັບ​ໜຶ່ງ ​ໂດຍ​ລະບຸ​ວ່າ: ຖ້າ​ສະພາ​ຕ່ຳ​ຜ່ານ​ການ​ຮັບຮອງ​ສັນຍາການ​ຖອນ​ອອກ​ຈາກ​ອີ​ຢູສະບັບ​ໜຶ່ງ​ກ່ອນ​ວັນ​ທີ 20 ມີນາ​ນີ້, ລັດຖະບານ​ອັງກິດ​ກໍ​ຈະ​ປຶກສາ​ຫາລື​ກັບ​ອີ​ຢູ ​ເພື່ອຂໍ​​ເລື່ອນ​ເວລາ​ກຳນົດ​ຂັ້ນສຸດ​ທ້າຍ​ໃນການ​ຖອນ​ອອກ​ຈາກ​ອີ​ຢູຈາກ​ວັນ​ທີ 29 ມີນາ​ໃຫ້​​ເລື່ອນອອກ​ໄປ​ຈົນເຖິງ​ວັນ​ທີ 30 ມິຖຸນາ​ປີ​ນີ້; ຖ້າບໍ່​ດັ່ງນັ້ນ, ລັດຖະບານ​ອັງກິດ​ຈະ​ປຶກສາ​ຫາລື​ກັບ​ອີ​ຢູກ່ຽວ​ກັບ​ບັນຫາ​ການ​ຖອນ​ອອກ​ຈາກ​ອີ​ຢູ, ​ແຕ່​ເວລາ​ກຳນົດ​ຂັ້ນສຸດ​ທ້າຍ​ຈະ​​ໃຫ້ອີ​ຢູ​​ເປັນຜູ້​ຕົກລົງ. ທ່ານ​ນາງ​ເທ​​ເລຊາ ​ເມ ນາຍົກລັດຖະມົນຕີ​ອັງກິດ​ໄດ້​ກ່າວ​ເຕືອນ​ກ່ອນ​ຈະ​ລົງ​ຄະ​ແນນ​ສຽງ​ວ່າ: ຖ້າ​ຜົນ​ອອກ​ມາ​ເປັນ​ຄືຢ່າງທີ 2 ຄື​ໃຫ້​ອີ​ຢູຕົກລົງ​ເວລາ​ກຳນົດ​ຂັ້ນສຸ​ດທ້າຍຂອງ​ການ​ຖອນ​ອອກ​ຈາກ​ອີ​ຢູ​ແລ້ວ, ​ເວລາ​ຂັ້ນສຸດ​ທ້າຍ​ຂອງ​ການ​ຖອນ​ອອກ​ຈາກ​ອີ​ຢູອາດ​ຈະ​ຖືກ​ເລື່ອນ​ເວລາ​ອອກ​ໄປຫຼາຍກວ່າ 3 ​ເດືອນ​.

ກ່ອນ​ຈະ​ລົງ​ຄະ​ແນນ​ສຽງ​ຕໍ່​ຂໍ້​ສະ​ເໜີ​ຂອງ​ລັດຖະບານ​ໃນ​ວັນ​ດັ່ງກ່າວ, ສະພາ​ຕ່ຳ​ອັງກິດ​ໄດ້​ຢັບຢັ້ງຍັດຕິສະບັບ​ປັບປຸງ​ກ່ຽວ​ກັບ​ການ​ຮຽກຮ້ອງ​ໃຫ້​ຈັດການ​ລົງ​ປະຊາ​ມະຕິ​ການຖອນ​ອອກ​ຈາກ​ອີ​ຢູ​ເປັນຄັ້ງທີ 2 ​ໂດຍ​ມີ​ສຽງ​ບໍ່​ເຫັນ​ດີຫຼາຍກວ່າສຽງ​ເຫັນ​ດີ​ຢ່າງຫຼວງຫຼາຍ.

ກ່ອນ​ໜ້າ​ນີ້, ຄະນະ​ກຳມາ​ທິການ​ອີ​ຢູຖະ​ແຫຼງວ່າ: ອີ​ຢູມີທ່າ​ທີ​ເປີດ​ກວ້າງ​ຕໍ່​ອັງກິດ​ໃນ​ການ​ຖອນ​ຕົວ​​ໂດຍສາມາດ​ເລື່ອນ​ເວລາ, ​ແຕ່​ຖ້າ​ອັງກິດ​ຮຽກຮ້ອງ​ໃຫ້​ເລື່ອນ​ເວລາ​ຖອນ​ຕົວ ກໍ​ຕ້ອງ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ເຖິງ​ຈຸດປະສົງ​ແລະ​ຄວາມ​ໝາຍ​ຂອງ​ການ​ເລື່ອນ​ເວລາ.

ຄຳ​ເຫັນ

0