吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີຕ້ອນຮັບ​ອີ​ຕາ​ລີ​​ເຂົ້າຮ່ວມ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັນ

2019-03-22 16:58:23 cri

ວັນ​ທີ 21 ມີນາ​ນີ້, ທ່ານ​ກ່າວ​ເຟິ່ງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ​ໃນ​ປະຫວັດສາດ, ອີ​ຕາ​ລີ​ແມ່ນ​ຈຸດ​ສຳຄັນ​ຂອງ​ເສັ້ນທາງ​ສາຍ​​​ໄໝ, ຈີນ​ຍິນ​ດີ​ຕ້ອນຮັບ​ອີ​ຕາ​ລີ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັນ.

ທ່ານກ່າວ​ເຟິ່ງ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ໃນ​ມື້​ດຽວ​ກັນ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ການ​ຮ່ວມ​ມື​ຕົວ​ຈິງ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ ​ແລະ​ອີ​ຕາ​ລີ​ໄດ້​ຮັບ​ການ​ພັດທະນາ​​ເປັນ​ຢ່າງ​ດີ. ​ໃນ​ປີ 2018, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ-ອີ​ຕາ​ລີ​ບັນລຸ​ເຖິງ 50 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 9,1% ​ເ​ມື່ອທຽບ​ໃສ່​ປີ 2017. ​ໃນ​ເດືອນ​ມັງກອນນີ້, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງຝ່າຍ​ສືບ​ຕໍ່​ຮັກສາ​ທ່ວງທ່າ​ເພີ່ມ​ຂຶ້ນ, ​​ໂດຍເພີ່ມຂຶ້ນ​ເຖິງ 8,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2018. ການ​ລົງທຶນ​ເຊິ່ງກັນ ​ແລະ​ກັນ​ເພີ່ມ​ຂຶ້ນ​ໂດຍ​ໄວ ​ເຊິ່ງ​ໄດ້​ບັນລຸ​ຫຼາຍ​ກວ່າ 20 ຕື້​ໂດ​ລາ​ສະຫະລັດ. ຈີນ ​ແລະ​ອີ​ຕາ​ລີ​ມີ​ຊ່ອງທາງ​ການ​ຮ່ວມ​ມືອັນ​ໃຫຍ່​ຫຼວງ​ໃນ​ດ້ານ​ການ​ເປີດ​ກວ້າງ​ການ​ຄ້າ ​ແລະ​ການ​ລົງທຶນ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ທະນາຄານ, ສາທາລະນະ​ສຸກ, ການທ່ອງທ່ຽວ ​ແລະ​ຂົງ​ເຂດ​ອື່ນໆ.

ຄຳ​ເຫັນ

0