黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະລຸອຸມົງ​ບໍ່​ເຕັນ​ທາງ​ລົດ​ໄຟ​ຈີນ-ລາວ​ຢ່າງ​ສຳ​ເລັດ​ຜົນ

2019-03-22 16:56:20 CRI

ວັນ​ທີ 21 ມີນາ​ນີ້, ອຸມົງ​ບໍ່​ເຕັນ ​ເສັ້ນທາງ​ລົດ​ໄຟ​ຈີນ-ລາວ​ທີ່​ກໍ່ສ້າງ​ໂດຍກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ເລກ 5 ຈຳກັດ ​ໄດ້​ທະລຸ​ຢ່າງ​ສຳ​ເລັດ​ຜົນ ​ເຊິ່ງ​ເປັນ​ອຸມົງ​ໃຫຍ່​ແລະ​ຍາວ​ແຫ່ງ​ທຳ​ອິດ​ຕະຫຼອດ​ເສັ້ນທາງ​ລົດ​ໄຟ​ຈີນ-ລາວ.

ທ່ານ​ຄຳ​ສຸກ ບຸນ​ຍະ​ວົງ ຮອງ​ປະທານ​ຄະນະ​ກຳມະການ​ກວດກາສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ, ທ່ານ​ຈວີ່​ໂກ​ຈ່ຽງ ປະທານ​ບໍລິສັດ​ທາງ​ລົດ​ໄຟ​ລາວ​-ຈີນ​ຈຳກັດ ​ແລະ ຜູ້ຕາງໜ້າ​ບັນດາ​ຝ່າຍ​ທີ່​ເຂົ້າຮ່ວມ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ​ໄດ້​ເຂົ້າຮ່ວມ​ພິທີ​ທະລຸ​ອຸມົງ​ຢ່າງ​ພ້ອມ​ພຽງ. ທ່ານ​ຄຳ​ສຸກ ບຸນ​ຍະ​ວົງ ​ໄດ້​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ແລະ​ຊົມ​ເຊີຍ​ຕໍ່​ຜູ້ປະຕິບັດ​ໜ້າ​ທີ່​ກໍ່ສ້າງ​ທາງ​ລົດ​ໄຟ. ຂະນະ​ທີ່ທ່ານ​ຈວີ່​ໂກ​ຈ່ຽງ ​ໄດ້ກ່າວ​ວ່າ: ອຸມົງ​ບໍ່​ເຕັນ​ເປັນ​ໂຄງການ​ສຳຄັນ​ແລະ​ມີ​ຄວາມ​ຫຍຸ້ງຍາກ​​ໃນ​ໂຄງການ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ທະລຸ​ຢ່າງ​ສຳ​ເລັດ​ຜົນ​ກ່ອນ​ກຳນົດ 7 ​ເດືອນ ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ  ການ​ກໍ່ສ້າງ​ຂອງໂຄງການດັ່ງກ່າວ​ໄດ້​ຮັບ​ຜົນສຳ​ເລັດສຳຄັນຕາມ​ແຜນການ. ນອກນີ້, ທ່ານຈວີ່ໂກຈ່ຽງຍັງ​ໃຫ້​ກຳລັງ​ໃຈ​ຜູ້ປະຕິບັດ​ໜ້າ​ທີ່ກໍ່ສ້າງ​ທຸກ​ຖ້ວນ​ໜ້າ​ຈົ່ງ​ສືບ​ຕໍ່​ສຸມ​ທຸກ​ຄວາມ​ພະຍາຍາມ ​ເພື່ອ​ຮັບປະກັນ​ໃຫ້ວຽກ​ງານ​ດ້ານວິສະວະກຳ​ໂຍທາ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ສະດວກ.

ອຸມົງ​ບໍ່​ເຕັນ​ຕັ້ງຢູ່​ໃນ​ແຂວງຫຼວງນ້ຳ​ທາ ສປປ ລາວ, ມີ​ລວງຍາວ​ທັງ​ໝົດ 6.453,5 ​ແມັດ ​ແມ່ນ​ໜຶ່ງ​ໃນ​ອຸມົງ​ໃຫຍ່​ແລະ​ຍາວກວ່າ 5 ກິ​ໂລ​ແມັດ 10 ​ແຫ່ງຕາມ​ເສັ້ນທາງ​ລົດ​ໄຟ​ຈີນ-ລາວ.

ຄຳ​ເຫັນ

0