吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື ​ແລະ​ການ​ລົງທຶນຢູ່​ຕ່າງປະ​ເທດ​ຂອງ​ຈີນ​ໃນ 2 ​ເດືອນຕົ້ນ​ປີນີ້​ໄດ້​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ

2019-03-22 16:57:40 cri

ວັນ​ທີ 21 ມີນາ​ນີ້, ທ່ານ​ກ່າວ​ເຟິ່ງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ວ່າ: ​ໃນ​ເດືອນ​ມັງກອນ​ຫາ​ເດືອນ​ກຸມພາຜ່ານ​ມາ​ນີ້, ຈີນ​ໄດ້​ບັນລຸ​ການ​ລົງທຶນ​ໂດຍ​ກົງທີ່​ບໍ່​ແມ່ນ​ດ້ານ​ການ​ທະນາ​ຄານ 15,66 ຕື້​ໂດລາ​ສະຫະລັດ​ໃນ 138 ປະ​ເທດ ​ແລະ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ ​​ແລະ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື ​ແລະ​ການ​ລົງທຶນ​ກັບ​ບັນດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​​ເສັ້ນທາງ”.

“​ເດືອນ​ມັງ​ກອນ​ຫາ​​ເດືອນກຸມພາຜ່ານ​ມາ​ນີ້, ວິ​ສາ​ຫະກິດ​ຈີນ​ໄດ້​ເພີ່ມ​ການ​ລົງທຶນ 2,3 ຕື້​ໂດ​ລາ​ສະຫະລັດ​ໃນ 48 ປະ​ເທດ​ລຽບຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​​ເຊິ່ງເພີ່ມ​ຂຶ້ນ 7% ​ເມື່ອ​ທຽບ​ໃສ່​ປີ 2018. ​ແລະ​ໄດ້​ເຊັນ​ສັນຍາ​​ໃໝ່​ໃນໂຄງການ​ຮັບ​ເໝົາຢູ່​ຕ່າງປະ​ເທດ​​​ກັບ​ບັນດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ບັນລຸ​ມູນ​ຄ່າ 12,23 ຕື້​ໂດ​ລາ​ສະຫະລັດ, ກວມ​ 53,2% ຂອງ​ມູນ​ຄ່າ​ທັງ​ໝົດ​ໃນ​ໄລຍະ​ດຽວ​ກັນ.”

ນອກຈາກ​ນີ້, ການກວາດຊື້​ວິ​ສາ​ຫະກິດ​ຕ່າງປະ​ເທດຂອງ​ວິ​ສາ​ຫະກິດ​ຈີນ​ກໍ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ. ​ໃນ 2 ​ເດືອນ​ຕົ້ນ​ປີ​ນີ້, ວິ​ສາ​ຫະກິດ​ຈີນ​ໄດ້ສຳ​ເລັດ​ການ​ທຶນ​ກວາດ​ຊື້​ວິ​ສາ​ຫະກິດ​ຕ່າງປະ​ເທດ 45 ​ແຫ່ງ​ໃນ​ 12 ຂະ​ແໜງ​ການ ຄື: ອຸດສາຫະກຳການ​ຜະລິດ, ການ​ທະນາຄານ, ການ​ບໍລິການດ້ານ​ການ​ເຊົ່າ ​ແລະ​ການ​ຄ້າ ​ແລະ​ອື່ນ​ໆ.

ຄຳ​ເຫັນ

0