赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ການ​ຮ່ວມ​ກັນ​ສ້າງ ລະ​ບຽງ​ເສດ​ຖະ​ກິດ​ສັງ​ລວມ​ຂອງ​ພາກ​ພື້ນ​ລະ​ຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ

2019-03-24 14:03:51 cri

 

ແຕ່​ວັນ​ທີ 21-23 ມີ​ນານີ້ ທ່ານນິ້ງ​ຈີ​ເຈີ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ການ​ພັດ​ທ​ນະ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ໄດ້​ຢ້ຽມ​ຢາມ​ອິນ​ໂດນ​ເຊຍ, ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ລູ​ຮູດ ບັນ​ຈາຍ​ດາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ທະ​ເລ ແລະ​ທ່ານ​ນາງ ຣີ​ນີ ສຸ​ວັນ​ດີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ລັດ​ວິ​ສາ​ຫະ​ກິດ ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ​ດ້ານ​ນະ​ໂຍ​ບາຍ​ແລະ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ.

ວັນ​ທີ 21 ທ່ານນິ້ງ​ຈີ​ເຈີ ແລະ​ທ່ານ​ລູ​ຮູດ​ເປັນ​ປະ​ທານ​ຮ່ວມ​ກັນ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະ​ນະ​ກຳ​ມະ​ການ​ປ​ະ​ສົມ​ການ​ຮ່ວມ​ມື​ສ້າງ “ລະ​ບຽງ​ເສ​ດະ​ກິດ​ສັງ​ລວມ​ຂອງ​ພາກ​ພືນ” ລະ​ຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ ເຊິ່ງ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ຈີນ-ອິນ​ໂດ​ເນ​ເຊຍ​ຮ່ວມ​ມື​ກັນ​ໃນ​ຂອບ ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ, ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາ​ດາ​ການ​ຜະ​ລິດ, ການ​ວາງ​ແຜນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ສ້າງ​ລະ​ບຽງ​ດັ່ງ​ກ່າວ, ໂຄງ​ການ​ສ້າງ​ທ່າ​ກຳ​ປັ່ນ​ທີ່​ສຳ​ຄັນ, ໂຄງ​ການ​ສ້າງ​ເຂດ​ສວນ​ອຸດ​ສາ​ຫະ​ກຳ​ແລະ​ໂຄງ​ການ​ອື່ນໆ.

ຄຳ​ເຫັນ

0