尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸ​ກ​ຄົນ​ວົງ​ການ​ການ​ຄ້າ​ຈີນ​ແລະ​ອີ​ຕາ​ລີ​ຊົມ​ເຊີຍ​ການ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂອບ “ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ”

2019-03-24 15:10:24 cri

ວັນ​ທີ 23 ມີ​ນາ​ນີ້​ຕາ​ມ​ເວ​ລາ​ທ້ອງ​ຖິ່ນ ຢູ່​ນະ​ຄອນ​ຫຼວງ​ໂຣມ​ປະ​ເທດ​ອີ​ຕາ​ລີ, ຈີນ​ແລະ​ອີ​ຕາ​ລີ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ“ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ”. ບຸກ​ຄົນ​ວົງ​ການ​ການ​ຄ້າ​ແລະ​ວິ​ຊາ​ການ​ຫຼາຍ​ທ່ານ​ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ນັບ​ມື້​ນັບ​ມີ​ສະ​ມາ​ຊິກ​ເພີ່ມ​ຫຼາຍ​ຂຶ້ນ, ອີ​ຕາ​ລີ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຈະ​ເຮັດ​ໃຫ້​ການ​ຮ່ວມ​ກັນ​ສ້າງ“ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ”​ນຳ​ເອົາ​ຜົນ​ປະ​ໂຫຍດ​ໄປ​ໃຫ້​ແກ່​ປະ​ເທດ​ແລະ​ປະ​ຊາ​ຊົນ​ຢູ່​ໃນ​ໂລກ​ຫຼາຍກວ່າ​ເກົ່າ.
 

ທ່ານ ວາງ​ຕ້າ​ເວີ້ຍ ຮອງ​ປະ​ທານ​ຄະ​ນະ​ມົນ​ຕີ​ສູນ​ແລກ​ປ່ຽນ​ເສດ​ຖະ​ກິດ​ສາ​ກົນ​ຈີນ​ກ່າວ​ວ່າ:ອີ​ຕາ​ລີ​ແມ່ນ​ຈຸດ​ເຊື່ອມ​ຕໍ່​ທີ່​ສຳ​ຄັນ​ຂອງ​ເສັ້ນ​ທາງ​ສາຍ​ໄໝ​​ສະ​ໄໝ​ບູ​ຮານ​ໃນ​ປະ​ຫວັດ​ສາດ,ການ​ຕອບ​ຮັບ​ຢ່າງ​ຕັ້ງ​ໜ້າ​ຂອງ​ອີ​ຕາ​ລີ​ຈະ​ສາ​ມາດ​ເຮັດ​ໃຫ້ພາກ​ພື້ນ​ເອີ​ຣົບ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ເຈດ​ຕະ​ນາ​ອັນ​ດີ​ຂອງ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ”​ເປັນ​ຢ່າງ​ດີ.
 

ທ່ານ ຈ່າງ​ຈື້​ໂກ໋ ຮອງ​ຜູ້​ອຳ​ນວຍ​ການ​ກຸ່ມ​ບໍ​ລິ​ສັດ​ອຸ​ປະ​ກອນ​ໂຄງ​ການ​ທາງ​ລົດ​ໄຟ​ຈີນ​ຈຳ​ກັດ​​ຫວັງ​ວ່າ​ຈະ​ໄດ້ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ເອີ​ຣົບ​ຫຼາຍກວ່າ​ເກົ່າ ​ເພື່ອເປີດກວ້າງ​ຕະ​ຫຼາດ​ຝ່າຍ​ທີ 3.
 

ການ​ຮ່ວມ​ມື​ເຂົ້າ​ຮ່ວມ​ຕະ​ຫຼາດ​ຝ່າຍ​ທີ 3, ແມ່ນ​​ຄຳ​ສັບ​ທີ່​ໄດ້​ກ່າວ​ເຖິງ​ຕະ​ຫຼອດ​ໃນ​ການ​ສ້າງ“ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ”​ໃນ​ຊຸມ​ປີ​ມາ​ນີ້. ປັດ​ຈຸ​ບັນ,ຈີນ​ໄດ້​ເຊັນ​ຖະ​ແຫຼງ​ການ​ຮ່ວມ​ຫຼື​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ເກືອບ 20 ກວ່າ​ປະ​ເທດ​ທີ່​ພັດ​ທະ​ນາ​ເຊັ່ນ:ອັງ​ກິດ,ສິງ​ກະ​ໂປ,ເຢຍ​ລະ​ມັນແລະ​ອີ​ຕາ​ລີ​ເປັນ​ຕົ້ນ,​ເພື່ອດຳ​ເນີນ​ການ​ຮ່ວມ​ມື​ໃນ​ຕະ​ຫຼາດ​ຝ່າຍ​ທີ 3. ຕາມ​ນັກ​ຂ່າວ​ທີ່​ໄດ້​ຊາບ,ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ທີ່​ພັດ​ທະ​ນາ​ລວມ​ທັງບໍ​ລິ​ສັດ GE​ ​ຂອງ​ອາ​ເມ​ຣິ​ກາ ​ບໍ​ລິ​ສັດຊີ​ເມນ​ສ໌(Siemens)ຂອງ​ເຢຍ​ລະ​ມັນແລະ​ວິ​ສາ​ຫະ​ກິດ​ຈີນໄດ້​ຢ​ວ່າງ​ບາດ​ກ້າວ​ທີ່​ມີ​ລັກ​ສະ​ນະ​ທາດ​ແທ້​ໃນ​ດ້ານ​ການ​ຮ່ວມ​ກັນ​ສ້າງ“ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ”​,ໃນ​ດ້ານ​ການ​ຮ່ວມ​ມື​ເປີດກວ້າງ​ຕະ​ຫຼາດ​ຝ່າຍ​ທີ 3,ກໍ່​ໄດ້​ຮັບ​ໝາກ​ຜົນ​ທີ່​ຕິດ​ແທດ​ຕົວ​ຈິງມາ​ແລ້ວ.

ຄຳ​ເຫັນ

0