蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ທ່ານ​ມາ​ຄ​ຣົງ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

2019-03-25 15:43:29 CRI

ຕອນ​ຄ່ຳ​ວັນ​ທີ 24 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເອມມາ​ນູ​ເອວ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ຢູ່ນ​ະ​ຄອນ​ນິ​ສ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ສະ​ຖາ​ນະ​ການ​ສາ​ກົນ​ແລະ​ການ​ພົວ​ພັນ​ລ​ະ​ຫວ່າງ​ສອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງຫຼວງຫຼາຍ, ແຕ່​ມີ​ຫຼາ​ຍ​ຈຸດ​ບໍ່​ມີ​ການ​ປ່ຽນ​ແປງ. ໜຶ່ງ​: ​ຈີນ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ຈີນ-ຝ​ຣັ່ງ​ບໍ່​ມີ​ການປ່ຽນ​ແປງ. ສອງ​: ​ຈີນ​ແລະ​ຝ​ຣັ່ງ​ໄດ້​ຮ່ວມ​ກັນ​ສະ​ແຫວງ​ຫາ​ສັນ​ຕິ​ພາບ, ການ​ພັດ​ທະ​ນາ, ​ຄວາມຍຸດ​ຕິ​ທຳ ແລະ ຄວາມ​ເປັນ​ທຳ​ບໍ່​ມີ​ການປ່ຽນ​ແປງ. ສາມ: ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ຝ​ຣັ່​ງ​ບົນ​ພື້ນ​ຖານຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ບໍ່​​ມີ​ການ​ປ່ຽນ​ແປງ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ​ຣັ່ງ, ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລ​ະ​ປະ​ສານ​ງານ​ທາງ​ຍຸດ​ທະ​ສາດ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ຕ່າງໆ ເຊັ່ນ: ວຽກ​ງານ​ອົງ​ການ ສ​ປ​ຊ, ການ​ປະ​ຕິ​ຮູບ​ອົງ​ການ​ການ​ຄ້າ​ໂລກ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ແລະ ອື່ນໆ. ຈີນ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເອີ​ຣົບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ ຫວັງ​ວ່າ, ຝ​ຣັ່ງ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ ແລະ ​ຕັ້ງ​ໜ້າ​ຊຸກ​ຍູ້ການ​ພົວ​ພັນ​ຈີນ-ເອີ​ຣົບ​ໃຫ້ຫຼາຍກວ່າ​ເກົ່າ.

ທ່ານ​ມາ​ຄ​ຣົງ​ກ່າວ​ວ່າ, ຝ​ຣັ່ງ​ຕິດ​ຕາມ ແລະ ເອົາ​ໃຈ​ໃສ່ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ຝ​ຣັ່ງ​ຖື​ຈີນ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ສຳ​ຄັນ ແລະ ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ ແລະ ມີ​ການ​ປະ​ກອບ​ສ່ວນ​​ໃນ​ວຽກ​ງານ​ສາ​ກົນ​ຕ່າງໆ ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​ກາດ​ເປັນ​ຕົ້ນ, ຍິນ​ດີ​ຮ່ວມ​ກັບ​ຈີນ​ສືບ​ຕໍ່​ຮັດ​ແໜ້ນ​ການ​ແລກ​ປ່ຽນ​ແລ​ະ​ປະ​ສານ​ງານ​ທາງ​ຍຸດ​ທະ​ສາດ​ຕື່ມ​ອີກ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ໃນການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຝ​ຣັ່ງ-ຈີນ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ ແລະ ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.

ຄຳ​ເຫັນ

0