尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຢ້ຽມ​ຢາມ​ໂມ​ນາ​ໂກ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງເປັນ​ໄລ​ຍະ​ສຳ​ຄັນໃນ​ປະ​ຫວັດ​ສາດ​ໂມ​ນາ​ໂກ

2019-03-25 12:03:56 cri

ຕາມ​ຂ່າວCRI: ວັນ​ທີ 24 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​​ເຖິງ​ນະ​ຄອນ​ນິ​ສ​ປະ​ເທດ​ຝ​ຣັ່ງ,ແລ້ວ​​ສືບ​ຕໍ່​ເດີນ​ທາງ​ໂດ​ຍ​ລົດ​ຍົນ​ເຖິງໂມ​ນາ​ໂກ,ເລີ່ມ​ຢ້ຽມ​ຢາມ​ໂມ​ນາ​ໂກ​ທາງ​ລັດ​ຖະ​ກິດ. ນີ້​ແມ່ນ​ປະ​ມຸກ​ລັດ​ຈີນ​ຢ້ຽມ​ຢາມ​ປະ​ເທດ​ດັ່ງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ. ໃນ​ຫຼາຍ​ມື້​ມາ​ນີ້, ສື່ມວນ​ຊົນ​ໂມ​ນາ​ໂກ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ.
 

ໜັງ​ສື​ພິມ​ມາ​ຕິນ​ໂມ​ນາ​ໂກໄດ້​ພິ​ມ​ບົດ​​ຄວາມ​ລົງ​ໜ້າ 1 ​ໂດຍ​ລາຍ​ງານ​ວ່າ:ການ​ຢ້ຽມ​ຢາມ​ໂມ​ນາ​ໂກ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເປັນ​ໄລ​ຍະ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ໂມ​ນາ​ໂກ. ຢູ່​ຕາມ​ຕຶກ​ອາ​ຄານທີ່​ສຳ​ຄັນ​ແລະ​ຖະ​ໜົນ​ສາຍຫຼັກ​ຂອງໂມ​ນາ​ໂກ​ລ້ວນ​ແຕ່​ໄດ້​ແຂວນທຸງ​ຊາດ​ຂອງ​ສອງ​ປະ​ເທດ​ຈີນ-ໂມ​ນາ​ໂກ,ຢູ່​ທົ່ວ​ນະ​ຄອນ​ລັດ​ໂມ​ນາ​ໂກ​ເຕັມ​ໄປ​ດ້ວຍ​ສີ​ທຸງ​ຊາດ​ຈີນ.
 

ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ໂມ​ນາ​ໂກໄດ້​ຖ່າຍ​ທອດ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ,ແລະ​ໄດ້​ລາຍ​ງານ​ວ່າ:ໃນ​ໄລ​ຍະ​ການ​ພົບ​ປະ​ລະ​ຫວ່າງ​ສອງ​ຝ່າຍ,ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ,ລວມ​ທັງ​ເສດ​ຖະ​ກິດ,ກິ​ລາ,ວັດ​ທະ​ນະ​ທຳ​ແລະ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ. ການ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ:ການ​ປຶກ​ສາ​ຫາ​ລື​ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ປິ່ນ​ອ້ອມ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ໂມ​ນາ​ໂກ-ຈີນຢ່າງ​ກົມ​ກຽວ​ກັນ​ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.

ຄຳ​ເຫັນ

0