覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ເຊັນ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ກັບ​ສະ​ມາ​ຄົມ​ບານ​ເຕະ​ອີ​ຕາ​ລີ

2019-03-25 16:38:06 cri

图片默认标题_fororder_zonghsihslsjfisfe1

 

ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມເຫັນ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ຈີນ-ອີ​ຕາ​ລີ​ວ່າ​ດ້ວຍ​ການ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ຊຸກ​ຍູ້​ການ​ພັດ​ທະ​ນາ​ວຽກ​ງານ​ບານ​ເຕະ​ຂອງ​ສອງ​ປະ​ເທດ​ກໍ​ຄື​ການ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ບານ​ເຕະ, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຫຼື CMG ແລະ​ສະ​ມາ​ຄົມ​ບານ​ເຕະ​ອີ​ຕາ​ລີ​ໄດ້​ບັນ​ລຸ​​ຈຸດ​ປະ​ສົງ​ໃນ​​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ວັນ​ທີ 24 ມີ​ນາ​ນີ້ ເຊິ່ງຄ​າດ​ວ່າ ​ໃນ 3 ປີ​ຕໍ່​ໜ້າ, ການ​ແຂ່ງ​ຂັນ​ບານ​ເຕະ Serie A ອີ​ຕາ​ລີ​ຈະ​ສາ​ມາດ​ເຂົ້າ​ເຖິງ​ຈີນຢ່າ​ງ​ເປັນ​ປົກ​ກະ​ຕິ.
 

图片默认标题_fororder_zonghsihslsjfisfe2
 

ທ່ານ​ເຊີ້ນ​ໄຫ​ສົງ ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ແລະ​ທ່ານ​ກາບ​ຣີ​ເອ​ເລ ກ​ຣາ​ວິ​ນາ ປະ​ທານ​ສະ​ມາ​ຄົມ​ບານ​ເຕະ​ອີ​ຕາ​ລີ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ໃນ​ວັນ​ທີ 24 ມີ​ນາ​ນີ້​ຢູ່​ນະ​ຄອນຫຼວງ​ໂຣມ ປະ​ເທດ​ອີ​ຕາ​ລີ. ຕາມ​ສັນ​ຍາ​ດັ່ງ​ກ່າວ, ສອງ​ຝ່າຍ​ຈະ​ດຳ​ເນີນ​ການ​ຝຶກ​ອົບ​ຮົມ​ເຕັກ​ນິກວິ​ຊາ​ການ​ບານ​ເຕະ, ຜູ້​ຄຸ້ມ​ຄອງ​ບໍ​ລິ​ຫານ​ສະ​ໂມ​ສອນ​ບານ​ເຕະ​ແລະ​ການ​ສຶກ​ສາ​ອົບ​ຮົມ​ບານ​ເຕະ​ຢູ່ໂຮງ​ຮຽນ ທັງ​ຈັດ​ໃຫ້​ທີມ​ຊາດ​ສອງ​ປະ​ເທດ​ຈັດ​ການ​ແຂ່ງ​ຂັນ​​ເຕະ​ບານມິດ​ຕະ​ພາບ​ເຊິ່ງ​ກັນ​ແລະ​ກັນ  ແລະ​ຮ່ວມ​ມື​​ກັນໃນ​ກາ​ນ​ພັດ​ທະ​ນາ​​ລະ​ບົບ​ດີ​ຈີ​ຕອນ​ພ້ອມ​ດ້ວຍຜະ​ລິ​ດ​ຕະ​ພັນ​ໃນ​ຂົງ​ເຂດ​ບານ​ເຕະ ເພື່ອ​ສ້າງ​ເວ​ທີ​ແລກ​ປ່ຽນ​ແບບ​ໃໝ່​ໃຫ້​ແກ່​ແຟນ​ບານ​ແລະ​ທີມ​ບານ​ຂອງ​ສອງ​ປະ​ເທດ​ແລະ​ອື່ນໆ.
 

 ໃນ​ພິ​ທີ​ລົງ​ນາມ, ທ່ານ​ເຊີນ​ໄຫ​ສົງ​ກ່າວ​ວ່າ: ການ​ຢ້ຽມ​ຢາມ​ອີ​ຕາລີ​ຢ່າງ​ສຳ​ເລັດ​ຜົນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້​ນ​ຜິງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ, ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ບານ​ເຕະ​ເທື່ອ​ນີ້​ຍ່ອມ​ຈະ​ເປັນ​ການ​ເປີດ​ຂະ​ບວນ​​ການ​ຄັ້ງ​ໃໝ່​ແຫ່ງ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ກິ​ລາ​ແລະ​ອື່ນໆ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ກ່າວ​ວ່າ: ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຈະ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ສາ​ກົນ​​ໃນວຽກ​ງາ​ນ​ບານ​ເຕະ​ຈີນ ແລະ​ເຮັດ​ໃຫ້​ບານ​ເຕະ​ກາ​ຍ​ເປັນ​ກຳ​ລັງ​ຊຸກ​ຍູ້​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ອາ​ຕາ​ລີ.

ຄຳ​ເຫັນ

0