ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫວ່າງກ່ອນນີ້ບໍ່ດົນ, ອົງການກອງທຶນເງິນຕາສາກົນຫຼື IMF ໄດ້ເປີດເຜີຍບົດລາຍງານວິໄສທັດເສດຖະກິດໂລກສະບັບຫຼ້າສຸດໂດຍປັບຍົກການຄາດຄະເນການຂະຫຍາຍຕົວຂອງເສດຖະກິດອິນໂດເນເຊຍໃນປີ 2019 ແລະປີ 2020 ຂຶ້ນເຖິງ 5,2%. ກ່ອນໜ້ານີ້, ອົງການສະຖິຕິສູນກາງອິນໂດເນເຊຍໄດ້ເປີດເຜີຍຕົວເລກສະຖິຕິວ່າ: ປີ 2018 ຜ່ານມາ, ເສດຖະກິດອິນໂດເນເຊຍໄດ້ຂະຫຍາຍຕົວ 5,17%, ເຊິ່ງສູງກວ່າການຄາດຄະເນຂອງທາງຕະຫຼາດ ທັງສູງກວ່າລະດັບຂອງປີ 2017.
ໃນຫຼາຍປີຜ່ານມາ, ລັດຖະບານອິນໂດເນເຊຍໄດ້ກຳນົດເອົາການພັດທະນາເສດຖະກິດເປັນໜຶ່ງໃນເປົ້າໝາຍສຳຄັນ ທັງໄດ້ປະຕິບັດມາດຕະການປະຕິຮູບຕ່າງໆ ເຊິ່ງລວມທັງການຫຼຸດຜ່ອນການອຸດໜູນລາຄານ້ຳມັນເຊື້ອໄຟເພື່ອຫຼຸດພາລະທາງດ້ານການເງິນຂອງລັດ, ຊຸກຍູ້ການພັດທະນາພື້ນຖານໂຄງລ່າງໃນຂອບເຂດທົ່ວປະເທດ, ສຸມກຳລັງເຂົ້າໃນການຫຼຸດຕົ້ນທຶນການຂົນສົ່ງສິນຄ້າທັງຍົກສູງປະສິດທິພາບການຜະລິດ. ເພື່ອດຶງດູດການລົງທຶນ, ລັດຖະບານ ໂຈໂຄ ວິໂດໂດຍັງໄດ້ສຸມທຸກຄວາມພະຍາຍາມເພື່ອຫຼຸດຂັ້ນຕອນລະບຽບການລົງທຶນໃຫ້ກະທັດຮັດ, ທັງປະຕິບັດນະໂຍບາຍສົ່ງເສີມການລົງທຶນຈາກດ້ານສ່ວຍສາອາກອນອີກດ້ວຍ.
ນອກນີ້, ອົງການຮ່ວມມືເສດຖະກິດແລະການພັດທະນາຄາດຄະເນວ່າ: ການຂາດດຸນງົບປະມານຂອງລັດຖະບານອິນໂດເນເຊຍຈະຫຼຸດໜ້ອຍຖອຍລົງຢ່າງຕໍ່ເນື່ອງ ເຊິ່ງເປັນປະໂຫຍດຕໍ່ການຫຼຸດຜ່ອນຄວາມກົດດັນທາງດ້ານໜີ້ສິນແລະຫຼຸດປະລິມານໜີ້ສິນໃຫ້ໜ້ອຍລົງ.
ຄຳເຫັນ
0