ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫຼັງຈາກອາເມຣິກາຂູ່ວ່າຈະຂຶ້ນອັດຕາພາສີຕໍ່ສິນຄ້າສະຫະພາບເອີຣົບທີ່ມີມູນຄ່າປະມານ 11 ຕື້ໂດລາສະຫະລັດໃນວັນທີ 8 ເມສານີ້, ວັນທີ 17ເດືອນດຽວກັນ, ສະຫະພາບເອີຣົບກໍໄດ້ຂູ່ວ່າຈະຂຶ້ນອັດຕາພາສີຕໍ່ສິນຄ້າອາເມຣິກາທີ່ມີມູນຄ່າປະມານ 20 ຕື້ໂດລາສະຫະລັດ.
ວັນທີ 17 ເມສານີ້, ທ່ານເຊຊີເລຍ ມານສໂຕຣມ ກຳມະການໃນຄະນະກຳມາທິການສະຫະພາບເອີຣົບທີ່ຮັບຜິດຊອບວຽກງານການຄ້າໄດ້ຖະແຫຼງໃນວັນທີ 17 ເມສານີ້ວ່າ, ສະຫະພາບເອີຣົບຕ້ອງປົກປ້ອງສະພາບແວດລ້ອມການແຂ່ງຂັນທີ່ຍຸດຕິທຳໃຫ້ແກ່ຂະແໜງການຜະລິດເຮືອບິນຂອງສະຫະພາບເອີຣົບ, ແຕ່ສະຫະພາບເອີຣົບບໍ່ຢາກເປັນປໍລະປັກກັບອາເມຣິກາ. ຖະແຫຼງການຍັງໄດ້ສະແດງຄວາມມຸ່ງຫວັງທີ່ຢາກແກ້ໄຂບັນຫາໂດຍຜ່ານການເຈລະຈາ. ເຈົ້າໜ້າທີ່ສະຫະພາບເອີຣົບກ່າວວ່າ, ຈະຂຶ້ນອັດຕາພາສີຕໍ່ສິນຄ້າອາເມຣິກາຫຼາຍເທົ່າໃດນັ້ນແມ່ນຂຶ້ນກັບອົງການການຄ້າໂລກທີ່ຈະຕັດສິນຄະດີເງິນອຸດໜູນບໍລິສັດໂບອິງເປັນຄືແນວໃດ.
ຄຳເຫັນ
0