尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ​ເກົາ​ຫຼີ​ຈະ​ທົດ​ລອງ​ຍິງ​ອາ​ວຸດ​ນຳ​ວິ​ຖີຍຸດ​ທະ​ວິ​ທີແບບ​ໃໝ່

2019-04-18 17:00:39 cri

​ຂ່າວ​ສານ​ສູນ​ກາງ​ສປ​ປ​ເກົາ​ຫຼີ​ລາຍ​ງານ​ໃນ​ວັນ​ທີ 18 ເມ​ສາ​ນີ້​ວ່າ: ວັນ​ທີ 17 ເມ​ສາ​ນີ້, ທ່ານ ກິມ​ເຈີງ​ອຸນ ຜູ້​ນຳ​ສູງ​ສຸດ​ຂອງ​ສ​ປ​ປ​ເກົາ​ຫຼີ ໄດ້ໄປ​ສັງ​ເກດແລະ​ຊີ້​ນຳ​ການ​ທົດ​ລອງ​ຍິງ “ອາ​ວຸດ​ນຳ​ວິ​ຖີ​ຍຸດ​ທະ​ວິ​ທີ​ແບບ​ໃໝ່” ຢູ່​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ປ້ອງ​ກັນ​ປະ​ເທດ.
 

ຂ່າວ​ລາຍ​ງານ​ວ່າ: ຈຸດ​ພົ້ນ​ເດັ່ນ​ຂອງ​ອາ​ວຸດ​ແບບ​ໃໝ່​ດັ່ງ​ກ່າວ​ແມ່ນ “ວິ​ທີ​ການ​ນຳ​ວິ​ຖີ​ການ​ບິນ​ພິ​ເສດ​ແລະສາ​ມາດ​ບັນຈຸ​ຫົວ​ຮົບ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ”,ເປັນ​ການ​ທົດ​ລອງ​ຍິງ​ເປົ້າ​ໝາຍ​ທີ່​ແຕກ​ຕ່າງ​ກັນ​ດ້ວຍ​ວິ​ທີ​ການ​ຍິງ​ຊະ​ນິດ​ຕ່າງໆ,​ເຊິ່ງໄດ້​ທົດ​ສອບ​ບັນ​ດາ​ດັດ​ຊະ​ນີ​ການ​ອອກ​ແບບ​ອາ​ວຸດ​ດັ່ງ​ກ່າວ​ ຢ່າງ​ສວຍ​ງາມ. ການ​ລາຍ​ງານ​ຂ່າວ​ບໍ່​ໄດ້​ເວົ້າ​ເຖິງ​ຊື່​ແລະ​ປະ​ເພດຂອງ​ອາ​ວຸດ​ດັ່ງ​ກ່າວຢ່າງ​ລະ​ອຽດ.
 

ຂ່າວ​ລາຍ​ງານ​ຕື່ມ​ວ່າ​: ທ່ານ ກິມ​ເຈີງ​ອຸນ ໄດ້​ສະ​ເໜີ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ແລະເປົ້າ​ໝາຍ​ຕາມ​ຂັ້ນ​ຕອນໃນ​ຫຼາຍ​ດ້ານ​ເຊັ່ນ:​​ການ​ຫັນການ​ຜະ​ລິດ​ຍຸດ​ທະ​ພັນ​ໃຫ້​ເປັນ​ປົກ​ກະ​ຕິ,ສືບ​ຕໍ່​ຍົກ​ລະ​ດັບ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ປ້ອງ​ກັນ​ປະ​ເທດ​ຂຶ້ນສູ່ລະ​ດັບ​ສຸດຍອດ,ກໍ​ຄື​ໜ້າ​ທີ່​ແລະ​ຊ່ອງ​ທາງ​ທີ່​ລະ​ອຽດໃນ​ການ​​ຜັນ​ຂະ​ຫຍາຍ​ແລະຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ດັ່ງ​ກ່າວ.

ຄຳ​ເຫັນ

0