吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປັ່ນ​ຣົບ​ຕ່າງ​ປະ​ເທດ​ລຳ​ທຳ​ອິດ​ໄດ້​ເດີນ​ທາງ​ມາ​ເຖິງ​ເມືອງ​ຊີ່ງ​ຕາວ​ເພື່ອ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ກອງ​ທັບ​ເຮືອ​ນາ​ນາ​ຊາດ​ການ​ສະ​ເຫຼີມ​ສະ​ຫຼອງ​​ວັນ​ສ້າງ​ຕັ້ງ​ກອງ​ທັບ​ເຮືອ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 70 ປີ

2019-04-19 17:15:50 cri

 

图片默认标题_fororder___172.100.100.3_temp_9500031_1_9500031_1_1_e97b25e6-572a-4732-a09c-89b196fa6f2a

   ​ເວ​ລາ 10 ໂມງ 25 ນາ​ທີຂອງວັນ​ທີ 19 ເມ​ສາ​ນີ້, ກຳ​ປັ່ນ​​ຄຸ້ມ​ກັນ “ແຂງ​ແກ່ງ” ຫຼື RSS STALWART ​ຂອງກອງ​ທັບ​ເຮືອ​ສິງ​ກະ​ໂປ​ໄດ້ຄ່ອຍໆ​ຈອດ​ຢູ່​ທ່າ​ກຳ​ປັ່ນ​ຕ້າ​ກາງ​ເມືອງ​ຊີ່ງ​ຕາວ​ ແຂວງ​ສ່ານ​ຕົ່ງ​ຈີນ. ນີ້​ແມ່ນກຳ​ປັ່ນ​​ຮົບ​ຕ່າງ​ປະ​ເທດ​ລຳ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​​ກອງ​ທັບ​ເຮືອ​ນາ​ນາ​ຊາດ​ສະ​ຫຼອງ​​ວັນ​ສ້າງ​ຕັ້ງ​ກອງ​ທັບ​ເຮືອ​ປະ​ຊາ​ຊົນ​ຈີນຄົບ​ຮອບ70ປີ​.
    ເພື່ອ​​ສະ​ເຫຼີມສະ​ຫຼອງວັນ​​ສ້າງ​ຕັ້ງ​ກອງ​ທັບເຮືອ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 70 ປີ, ຄະ​ນະ​ຜູ້​ແທນກອງ​ທັບເຮືອ 60 ກວ່າ​ປະ​ເທດ ແລະ ກຳ​ປັ່ນ​ 10 ກວ່າ​ປະ​ເທດ​ຈະ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວຕາມ​ຄຳ​ເຊີນ.

    ກິດ​ຈະ​ກຳ​​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ແລະ​​ເຂດອາ​ກາດ​ໃກ້​ກັບເມືອງ​ຊີ່ງ​ຕາວ​ແຕ່​ວັນ​ທີ 22 ຫາ​ວັນ​ທີ 25 ເມ​ສາ​ນີ້ ເຊິ່ງ​ລວມ​ທັງ​ມີ​ກິດ​ຈະ​ກຳ​ຕ່າງໆ ເຊັ່ນ, ​ກວດ​ແຖວກອງ​ທັບ​ເຮືອ, ງານ​ສຳ​ມະ​ນາ​ລະ​ດັບ​ສູງ, ການ​ສະ​ແດງ​ດົນ​ຕີ​​ຮ່ວມ​ກັນ​ຂອງ​ທະ​ຫານ, ການ​ເປີດກຳ​ປັ່ນ​ໃຫ້​ທ່ຽວ​ຊົມ, ການ​​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ-ກິ​ລາ ແລະ ການ​ແລກ​ປ່ຽນ​ດ້ານ​ວິ​ຊາ​ການ​ທະ​ຫານເປັນ​ຕົ້ນ.

ຄຳ​ເຫັນ

0