覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ ​ຄວນ​ຕີ​ລາ​ຄາ​ຂໍ້​ລິ​ເລີ່ມ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ດ້ວຍ​ເລື່ອງຄວາມ​ເປັນ​ຈິງ

2019-04-19 16:08:41 ​cri

ວັນ​ທີ 19 ເມ​ສາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ວ່າ: ປະ​ຊາ​ຄົມ​ໂລກຮັບ​ຮູ້​ແລະ​ຕີ​ລາ​ຄາ​ສູງ​ຕໍ່​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ດ້ວຍ​​ເລື່ອງຄວາມ​ເປັນ​ຈິງ.
 

 ທ່ານ​ຫວາງ​ຢີ້​ກ່າວ​ວ່າ:  126 ປະ​ເທດ​ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ 29 ແຫ່ງ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ກັບ​ຈີນ, ຜູ້​ນຳ​ຕ່າງ​ປະ​ເທດ​ເກືອບ 40 ທ່ານ​ແລະ​ຜູ້​ຕາງ​ໜ້າຂອງ150 ກວ່າ​ ​ປະ​ເທດ ​​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສຸດຍອດເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຄັ້ງ​ທີ 2,  ບັນ​ດາ​ທ່ານ​​ເຫຼົ່າ​ນັ້ນ​ໄດ້​ໃຫ້​ຄວາມ​ໄວ້​ວາງ​ໃຈ​ແລະ​ເຫັນ​ດີ​ຕໍ່​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ. ນັບ​ແຕ່​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​​ສະ​ເໜີ​ອອກ​ມາ​ເປັນ​ເວ​ລາ 6 ປີ​ມາ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ ​ໄດ້​ບັນ​ລຸຫຼາຍກວ່າ 6000 ຕື້​ໂດ​ລາ​ສະ​ຫະ​ລັດ, ການ​ລົງ​ທຶນຫຼາຍກວ່າ 80 ຕື້ ​ໂດ​ລາ​ສະ​ຫະ​ລັດ. ເຂດ​ນິ​ຄົມ​ການ​ຮ່ວມ​ມື​​ມີຈຳ​ນວນ 82 ແຫ່ງ​ທີ່​ຈີນ​ຮ່ວມ​ກັບບັນ​ດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ສ້າງ​ຕັ້ງ​ຂຶ້ນ​ຢູ່​ປະ​ເທດ​​ຕ່າງໆ​ເຊິ່ງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ເກືອບ 3 ແສນ​ຕຳ​ແໜ່ງ​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ ແລະ​ນຳ​ເອົາ​ໂອ​ກາດ​ແຫ່ງ​ການ​ພັດ​ທະ​ນາ​ຢ່າງຫຼວງຫຼາຍ​ໃຫ້​ປະ​ເທດ​ເຫຼົ່າ​ນີ້. ປະ​ຊາ​ຊົນ​ທຳ​ມະ​ດາ​ຂອງ​ປະ​ເທ​ດ​ເຫຼົ່າ​ນີ້​​ສາ​ມາດ​ສຳ​ຜັດ​ໄດ້​ເຖິງການ​ມີ​ສ່ວນ​ຮ່ວມ, ໄດ້​ຮັບ​ຜົນ​ປະ​ໂຫຍດ​ແລະ​ມີ​ຄວາມ​ສຸກຫຼາຍ.

ຄຳ​ເຫັນ

0