覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ”ກຳ​ລັງ​ກາຍ​ເປັນ​ຊ່ອງ​ທາງ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

2019-04-19 10:46:56 cri

ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ຈະ​ໄດ້​ເປີດຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ໄວໆ​ນີ້. ທ່ານ​ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ເມ​ສາ​ນີ້​ວ່າ: ໃນ​ໄລ​ຍະ 5 ປີປາຍ​ຜ່ານ​ມາ, ການ​ຄ້າ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ທີ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໄດ້​ຂະ​ຫຍາຍ​ຕົວ​ຢ່າງວ່ອງ​ໄວ, ຮູບ​ແບບ​ການ​ຄ້າ​ກໍ​ໄດ້​ມີ​ການ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຢູດ​ຢັ້ງ. ທ່ານ​ກ່າວ​ວ່າ:
 

 “ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ເສັ້ນ​ທາງ​ສາຍ​ໄໝ” ກຳ​ລັງ​ກາຍ​ເປັນ​ຊ່ອງ​ທາງ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຊາດ. ຈີນ​ໄດ້​ຮ່ວມ​ກັບ 17 ປະ​ເທດ​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ລະ​ຫວ່າງ​ສອງ​ຝ່າຍ. ຂະ​ນະ​ດຽວ​ກັນ, ຮູບ​ແບບ​ອຸດ​ສາ​ຫະ​ກຳ​ໃໝ່​ແລະ​ຮູບ​ແບບ​ທຸ​ລະ​ກິດ​ໃໝ່​ກໍ​ໄດ້​ກາຍ​ເປັນ​ກຳ​ລັງ​ຂັບ​ເຂື່ອນ ​ໃໝ່​ໃນ​ການ​ເຮັດ​ໃຫ້​ການ​ຄ້າ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ມີ​ຄວາມ​ສະ​ດວກ.
 

 ທ່ານ​ກ່າວ​ເຟີ່ງ​ກ່າວ​ຕື່ມ​ວ່າ: ​ແຕ່​ປີ 2013- 2018, ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ໂດຍ​ກົງ​ຢູ່​ປະ​ເທດ​ທີ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຫຼາຍກວ່າ 90 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້​ເພີ່ມ​ຂຶ້ນ​ສະ​ເລ່ຍ 5,2% ຕໍ່​ປີ. ​ມາ​ຮອດ​ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ຈີນ​ໄດ້​ກໍ່​ສ້າງ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຈຳ​ນວນ​ໜຶ່ງ​ຢູ່​ປະ​ເທ​ດ​ທີ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ນັບ​ລວມ​ແລ້ວ​ໄດ້​ລົງ​ທຶນຫຼາຍກວ່າ 30 ຕື້​ໂດ​ລາ​ສະ​ຫະ​ລັດ ອັນ​ໄດ້​ກາຍ​ເປັນ​ເວ​ທີ​ສຳ​ຄັນ​​ໃນ​ການ​ຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ດ້ານ​ເສດ​ຖະ​ກິດ​ແລະ​ເປັນ​ເຂດ​ຈຸດ​ສຸມ​ດ້ານ​ອຸດ​ສາ​ຫະ​ກຳ​ຂອງ​ປະ​ເທດ​ເຫຼົ່າ​ນີ້ ທັງ​ໄດ້​ສ້າງ​ໂອ​ກາດ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ເຫຼົ່າ​ນີ້​ເກືອບ 3 ແສນ​ຄົນ.

 

 

ຄຳ​ເຫັນ

0