ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 18 ເມສານີ້, ເວັບໄຊລັດຖະບານຣັດເຊຍແຈ້ງຂ່າວວ່າ, ທ່ານເດີມີຕຣີ ເມັດເວເດັຟ ນາຍົກລັດຖະມົນຕີຣັດເຊຍໄດ້ເຊັນດຳລັດຂອງລັດຖະບານໃນວັນດັ່ງກ່າວ ເຊິ່ງໃນດຳລັດໄດ້ລະບຸວ່າ: ນັບແຕ່ອອກດຳລັດເປັນຕົ້ນໄປຫ້າມບໍ່ໃຫ້ສົ່ງອອກນ້ຳມັນເຊື້ອໄຟ ແລະ ຜະລິດຕະພັນນ້ຳມັນເຊື້ອໄຟໃຫ້ອູແກຼນ.
ມື້ດຽວກັນ, ທ່ານເມັດເວເດັຟຍັງກ່າວຕໍ່ສື່ມວນຊົນວ່າ, ນອກຈາກຫ້າມສົ່ງອອກນ້ຳມັນເຊື້ອໄຟ ແລະ ຜະລິດຕະພັນນ້ຳມັນເຊື້ອໄຟໃຫ້ອູແກຼນແລ້ວ, ຣັດເຊຍຍັງຈະຫ້າມບໍ່ໃຫ້ນຳເຂົ້າຜະລິດຕະພັນສ່ວນໜຶ່ງຈາກອູແກຼນ ເຊິ່ງລວມທັງຜະລິດຕະພັນໂຮງງານກົນຈັກ, ອຸດສາຫະກຳເບົາ ແລະ ຜະລິດຕະພັນໂລຫະເປັນຕົ້ນ.
ຫວ່າງມໍ່ໆມານີ້, ສື່ມວນຊົນຣັດເຊຍລາຍງານວ່າ, ລັດຖະບານອູແກຼນໄດ້ຕົກລົງຂະຫຍາຍບັນຊີລາຍຊື່ຜະລິດຕະພັນທີ່ຫ້າມນຳເຂົ້າຈາກຣັດເຊຍ. ຕໍ່ເລື່ອງນີ້ ທ່ານເມັດເວເດັຟກ່າວໃນວັນທີ 18 ເມສານີ້ວ່າ, ອູແກຼນໃຊ້ມາດຕະການທີ່ບໍ່ເປັນມິດກັບຣັດເຊຍເມື່ອບໍ່ດົນມານີ້. ພາຍໃຕ້ສະພາບການດັ່ງກ່າວ, ຣັດເຊຍຕ້ອງໃຊ້ມາດຕະການຕອບໂຕ້ເພື່ອຮັກສາຜົນປະໂຫຍດຂອງຕົນ.
ຄຳເຫັນ
0