吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບັນດາ​ປະ​ເທດ​ອາຊີ​ຄວນ​ພະຍາ​ຍາມສ້າງ​ຄວາມມຸ້ງ​ມາດ​ປາຖະໜາ​ຕໍ່ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂອງ​ປະຊາຊົນ​​ໃຫ້ກາຍ​ເປັນ​ຈິງ

2019-05-15 12:00:33 cri

ວັນ​ທີ 15 ພຶດສະພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມ​ສົນທະນາ​ອາລະຍະ​ທຳ​ອາຊີ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ບັນດາ​ປະ​ເທດ​ອາຊີ​ມີ​ປະຫວັດສາດ​ຄ້າຍຄື​ກັນ ​ແລະ​ມີ​ຄວາມ​ໃຝ່ຝັນ​ເຊັ່ນ​ດຽວ​ກັນ, ສະ​ນັ້ນ​ຄວນ​ພະຍາຍາມສ້າງ​ຄວາມ​ມຸ້ງມາດ​ປາຖະໜາຕໍ່​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂອງ​ປະຊາຊົນ​​ໃຫ້​ກາຍເປັນ​ຈິງ.

ທ່ານ​ສີ​ຈິ້ນ​ຜິ​ງ​ເຫັນ​ວ່າ: ປະຊາຊົນມີ​ຄວາມ​ມຸ້ງ​ຫັວງ​ໃຫ້​ອາຊີ​ກາຍ​ເປັນ​ເຂດ​ທີ່​ມີ​ສັນຕິພາບ, ມີຄວາມ​ໝັ້ນຄົງ, ມີ​ຄວາມຈະ​ເລີ​ນຮຸ່ງ​ເຮືອງຮ່ວມ​ກັນ, ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ເຊື່ອມ​​ໂຍງ​ເຂົ້າກັນ. ທ່ານ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ອາຊີຈົ່ງ​ເຄົາລົບ​ນັບຖື​ ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ມີຄວາມ​ສາມັກຄີ​ປອງ​ດອງກັນ, ຮ່ວມ​ກັນ​ຊຸກຍູ້​ຂະ​ບວນການ​ໂລກາ​ພິວັດ​ທາງ​ເສດຖະກິດ​ທີ່ເປີດ​ປະຕູ​ສູ່​ພາຍ​ນອກ, ກວມ​ລວມ, ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ທົ່ວ​ເຖິງ, ​ມີ​ຄວາມ​ດຸນ​ດ່ຽງ ​ແລະໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຫຼຸດ​ຜ່ອນຄວາມທຸກ​ຍາກ ​ແລະຫຼ້າ​ຫຼັງ​ຂອງ​ບາງ​ປະ​ເທດ, ຮ່ວມ​ກັນ​ສ້າງ​ຊີວິດ​ການ​ເປັນ​ຢູ່​ທີ່​ມີ​ອາຫານ​ການ​ກິນ ​ແລະ​ມີ​ເຄື່ອງ​ນຸ່ງ​ໃຫ້​ເດັກນ້ອຍ. ທ່ານ​ຫວັງ​ວ່າ​ບັນດາ​ປະ​ເທດ​ອາຊີ​ຈະຍຶດໝັ້ນ​ຈິດ​ໃຈ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ຊູ​ກຍູ້​ການ​ແລກປ່ຽນ​​ໃນ​ດ້ານນະ​ໂຍບາຍ, ການ​ເຊື່ອມ​ຈອດ​ພື້ນຖານ​ໂຄງ​ລ່າງ, ສ້າງຄວາມ​ສະດວກ​ດ້ານ​ການ​ຄ້າ, ການ​ເຊື່ອງ​ໂຍງ​ດ້ານ​ທຶນຮອນ ​ແລະການ​ເຊື່ອມ​ສານ​ຈິດ​ໃຈ​ຂອງ​ປະຊາຊົນ, ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ອາຊີ ​ແລະ​ປະຊາ​ຄົມ​​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະ​ນຸດ.

 

ຄຳ​ເຫັນ

0