尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ຢູ່​ອິນ​ໂດ​ເນ​ເຊຍ ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ

2019-05-23 11:51:49 cri

ວັນ​ທີ 21 ພຶ​ດ​ສະ​ພາ​ນີ້, ຫຼັງ​ຈາກ​ໄດ້​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ແລ້ວ,ຢູ່​ບາງ​ເຂດ​ຂອງ​​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໂດຍ​ສະ​ເພາະ​ແມ່ນ​ໃນນະ​ຄອນ​ຫຼວງ​ຈາ​ກາ​ຕາ​ໄດ້​ເກີດ​ຄວາມ​ວຸ້ນ​ວາຍ,ມາ​ຮອດ​ປັດ​ຈຸ​ບັນ,ໄດ້​ມີ 6 ຄົນ​ເສຍ​ຊີ​ວິດ​ແລະ 200 ກວ່າ​ຄົນ​ບາດ​ເຈັບ.
 

ແຕ່​ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 21 ພຶດ​ສະ​ພາ​ນີ້ແລ້ວ,ມວນ​ຊົນ​ທີ່​ເດີນ​ທາງ​ຈາກ​ແຫ່ງ​ຕ່າງໆ​ຂອງ​ອິນ​ໂດ​ເນ​ເຊຍ​ເຂົ້າ​​ສູ່ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ຈຳ​ນວນ​ຫຼວງ​ຫຼາຍ​ແລະ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໄດ້​ເລີ່ມ​ຈັດ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຢູ່​ຕໍ່​ໜ້າ​ປະ​ຕູ​ຕຶກ​ຫ້ອງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ການ​ເລືອກ​ຕັ້ງ​ທົ່ວ​​ປະ​ເທດ​ແລະ​ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຂອງ​ອິນ​ໂດ​ເນ​ເຊຍ​ທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ກໍ​ຄື​ໃນ​ຖະ​ໜົນ​ຫຼາຍ​ເສັ້ນ​ໃນ​ເມືອງ,ຕອນ​ເຊົ້າວັນ​ທີ 22 ພຶດ​ສະ​ພາ​ນີ້,ຂະ​ນະ​ທີ່ຕຳ​ຫຼວດ​ມີ​ເຈດ​ຕະ​ນາ​ສະ​ຫຼາຍມວນ​ຊົນ​ທີ່​ເດີນ​ຂະ​ບວນ​ປະ​ທ້ວງ,ສອງ​ຝ່າຍ​ໄດ້​ປະ​ທະ​ກັນ ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ 6 ຄົນ​ເສຍ​ຊີ​ວິດ, 200 ກວ່າ​ຄົນ​ບາດ​ເຈັບ. ມາ​ຮອດ​ປັດ​ຈຸ​ບັນ,ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຍັງ​ສືບ​ຕໍ່​ດຳ​ເນີນ​ຢູ່.

ຄຳ​ເຫັນ

0