李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ສາ​ຫະ​ກິດ​ຜະ​ລິດ​ເຫຼັກ​ກ້າ​ໃຫຍ່​ອັນ​ດັບ 2 ຂອງ​ອັງ​ກິດ​ເລີ່ມ​ຂັ້ນ​ຕອນ​ລົ້ມລະ​ລາຍ

2019-05-23 16:17:47 cri

    ເນື່ອງ​ຈາກ​ບໍ່​ສາ​ມາດ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຮ້ອງ​ຂໍ​ການ​ອຸດ​ໜູນ​ຈາກ​ລັດ​ຖະ​ບານ, ວັນ​ທີ 22 ພຶດ​ສະ​ພານີ້, ບໍ​ລິ​ສັດ​ເຫຼັກ​ກ້າ​ອັງ​ກິດ ເຊິ່ງ​ເປັນ​ວິ​ສາ​ຫະ​ກິດ​ຜະ​ລິດ​ເຫຼັກ​ກ້າ​ໃຫຍ່​ອັນ​ດັບ​ 2 ຂອງ​ອັງ​ກິດ ໄດ້​ປະ​ກາດ​ເລີ່ມ​ດຳ​ເນີນ​ຂັ້ນ​ຕອນ​ການ​ລົ້ມ​​ລະ​ລາຍ, ໂດຍ​ຈະ​ໃຫ້​ລັດ​ຖະ​ບານ​​ຄຸ້ມ​ຄອງ ແລະ​ຊອກ​ຫາ​ຜູ້​ຊື້ກິດ​ຈະ​ການ.

    ບໍ​ລິ​ສັດ​ເຫຼັກ​ກ້າ​ອັງ​ກິດ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ: ຄວາມ​ບໍ່​ແນ່ນອນ​ຂອງ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ຂອງ​ອັງ​ກິດ ເຮັດ​ໃຫ້​ໃບ​​ສັ່ງ​ຊື້​ຈາກ​ລູກ​ຄ້າ​ເອີ​ຣົບຫຼຸດ​ໜ້ອຍ​ລົງ​ຢ່າງຫຼວງຫຼາຍ, ບວກ​ກັບ​ອາ​ເມ​ຣິ​ກາ​ເພີ່ມ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ​ແລະ​ອາ​ນູ​ມີ​ນຽມ, ຈຶ່ງ​ເຮັດ​ໃຫ້​ບໍ​ລິ​ສັດ​ຕົນ​ຜະ​ເຊີນ​ກັບ​ວິ​ກິດ​ການ​ດ້ານການ​ເງິນ. ເພື່ອຫຼຸດ​ພົ້ນ​ອອກ​ຈາກວິ​ກິດ​ການ​ການ​ເງິນ, ບໍ​ລິ​ສັດ​ເຫຼັກ​ກ້າ​ອັງ​ກິດ​ໄດ້​ຮ້ອງ​ຂໍ​ການ​ອຸດ​ໜູນ​ຈາກ​ລັດ​ຖະ​ບານ​ອັງ​ກິດ ແລະ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ​ບໍ່​​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ.

    ສື່ມວນ​ຊົນ​ທ້ອ​ງ​ຖິ່ນ​ລາຍ​ງານ​ວ່າ, ພະ​ນັກ​ງານ​ປະ​ມານ 5.000 ຄົນ​ຂອງ​ບໍ​ລິ​ສັດ​ເຫຼັກ​ກ້າ​ອັງ​ກິດ​ຈະ​ຜະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ວ່າງ​ງານ. ນອກນີ້, ພະ​ນັກ​ງານ 20.000 ກວ່າ​ຄົນ​ທີ່​ເຮັດ​ວຽກ​ຢູ່​ບໍ​ລິ​ສັດ​ທີ່​ເປັນ​ຕ່ອງ​ໂສ້​ການ​ສະ​ໜອງ​ໃຫ້​ບໍ​ລິ​ສັດ​ເຫຼັກ​ກ້າ​ອັງ​ກິດນັ້ນ ກໍ​​ຈະຜະ​ເຊີນ​​ກັບ​ຄວາມ​ສ່ຽງ​ທີ່​ຈະ​ວ່າງ​ງານ​ໂດຍ​ທາງ​ອ້ອມ.

ຄຳ​ເຫັນ

0