李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ຂອງ​ກຸ່ມ G20 ຈະ​ສຸມ​ໃສ່​ການ​ປະ​ຕິ​ຮູບ​ WTO

2019-05-24 16:33:07 cri

    ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ຂອງ​ກຸ່ມ G20 ຈະ​ຈັດ​ຂຶ້ນ​ຢູ່​ຍີ່​ປຸ່ນ​ແຕ່​ວັນ​ທີ 8-9 ມິ​ຖຸ​ນາ​ໜ້ານີ້. ທ່ານ ກ່າວ​ເຟິ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 23 ພຶດ​ສະ​ພານີ້​ວ່າ: ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ຂອງ​ກຸ່ມ G20 ປີນີ້ ຈະ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ການ​ຄ້າ​ທົ່ວ​ໂລກ, ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​​ທຸ​ລະ​ກິດການ​ຄ້າ​ໃຫ້​ດີ, ການ​ລົງ​ທຶນ​ດ້ານ​ການ​ຄ້າ​ກັບ​ການ​ເຕີບ​ໂຕ​ແບບ​ຍືນ​ຍົນ​ແລະ​ກວມ​ລວມ, ການ​ປະ​ຕິ​ຮູບ​ອົງ​ການ​ການ​ຄ້າ​ໂລກ, ການ​ຄ້າ​ກັບ​ເສດ​ຖະ​ກິ​ດ​ດິ​ຈິ​ຕອນ ແລະ​ຫົວ​ຂໍ້​ອື່ນໆ.

     ທ່ານ ກ່າວ​ເຟິ່ງ ກ່າວ​ຕື່ມ​ວ່າ: ຈີນ​ຫວັງ​ວ່າ​ຈະ​ຮ່ວມ​ກັນ​ກັບ​ບັນ​ດາ​ຝ່າຍ​​ໃນກຸ່ມ G20, ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ເຕົ້າ​ໂຮມ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ, ​ເພື່ອ​ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ, ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ, ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ຮູບ​ອົງ​ການ​ການ​ຄ້າ​ໂລກ​ໃນ​ສ່ວນ​ທີ່​ຈຳ​ເປັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ ແລະ​ຂົງ​ເຂດ​ອື່ນໆ​ຕື່ມ​ອີກ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​​ໃນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ.

ຄຳ​ເຫັນ

0